ຈີນ ມີບັນດາການກະທຳເກາະຜິດຢູ່ທະເລຕາເວັນອອກຢ່າງຕໍ່ເນື່ອງ

(VOVWORLD) - ກະຊວງປ້ອງກັນປະເທດ ອາເມລິກາ ໃຫ້ຮູ້ວ່າ: ພວມສືບຕໍ່ຕິດຕາມບັນດາການກະທຳຂອງບັນດາກົມກອງກອງທັບເຮືອ ແລະ ກອງທັບອາກາດຂຶ້ນກັບທະຫານປົດປ່ອຍປະຊາຊົນ (PLA) ຈີນ ຢູ່ທະເລຕາເວັນອອກ.
ຈີນ ມີບັນດາການກະທຳເກາະຜິດຢູ່ທະເລຕາເວັນອອກຢ່າງຕໍ່ເນື່ອງ - ảnh 1ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Mark Esper (ພາບ: The Hill)

        ນີ້ແມ່ນຄຳຖະແຫຼງໂດຍທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Mark Esper ຍົກອອກມາໃນກອງປະຊຸມປຶກສາຫາລືທາງອອນລາຍ ໂດຍສະຖາບັນ Brookings ຈັດຕັ້ງໃນວັນທີ 04 ພຶດສະພາຜ່ານມາ. ກ່າວຄຳເຫັນທີ່ກອງປະຊຸມປຶກສາຫາລືດ້ວຍຫົວຂໍ້ວ່າ: ຄວາມພ້ອມຂອງກອງທັບ ອາເມລິກາ ໃນສະພາບການໂລກລະບາດໂຄວິດ-19, ທ່ານ Mark Esper ຢັ້ງຢືນວ່າ: ໂດຍບໍ່ຫົວຊາຕໍ່ສະພາບການຂອງໂລກລະບາດ, ກຳລັງກອງທັບເຮືອສັງກັດກອງບັນຊາການມະຫາສະໝຸດອິນເດຍ - ປາຊີຟິກ (INDOPACOM) ຍັງປະຕິບັດບັນດາພາລະໜ້າທີ່ຂອງຕົນຢູ່ບັນດາເຂດທະເລໃນພາກພື້ນທີ່ຕົນຮັບຜິດຊອບເປັນຢ່າງດີ ໃນນັ້ນມີທະເລຕາເວັນອອກ.

        ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Mark Esper ກໍ່ຖືວ່າ: ຈີນ ພວມຮຽກຮ້ອງອະທິປະໄຕເຂດນ້ຳແດນດິນ ຫຼື ນ່ານຟ້າ ແຕ່ບໍ່ແມ່ນຂອງ ຈີນ.

 

ຕອບກັບ

ຂ່າວ/ບົດ​ອື່ນ