ຈີນ ຢາກຊຸກຍູ້ຮ່ວມສຳພັນ ການເດີນທະເລ ກັບ ອາຊຽນ

ຈີນ ຢາກຊຸກຍູ້ຮ່ວມສຳພັນ ການເດີນທະເລ ກັບ ອາຊຽນ - ảnh 1
ທ່ານນາງລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ຈີນ ຟູຢິ໊ງ
(ພາບ: vietnamplus.vn)

(vovworld) – ວັນ​ທີ 5/8, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ ຈີນ ທ່ານ​ນາງ ຟູ​ຢິ໊ງ​ ​ໃຫ້​ຮູ້​ວ່າ: ຈີນ ພ້ອມ​ແລ້ວ​ທີ່​ຈະ​ຊຸກຍູ້​ການ​ຮ່ວມ​ສຳພັນ​ໃນ​ການ​ເດີນ​​ທະ​ເລ ກັບ ອາ​ຊຽນ. ຈີນ ຈະ​ນຳ​​ໃຊ້​ກອງ​ທຶນການ​ເດີນ​​ທະ​ເລ ຈີນ - ອາ​ຊຽນ ທີ່​ມີ​ມູນ​ຄ່າ 3 ຕື້ ​ຢວນ (​ເທົ່າ​ກັບ 473 ລ້ານ USD) ​ເພື່ອ​ຍົກ​ລະດັບ​ບັນດາ​ທ່າ​ກຳ​ປັ່ນ ​ແລ​ະ ຮ່ວມ​ມື​​ຂົນ​ສົ່ງ​ທາງ​ທະ​ເລ ກັບ ອາ​ຊຽນ. ທ້າ​ຍປີ 2012, ຈີນ ຈະ​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ຍຸດ​ທະ​ສາດຮ່ວມ​ສຳພັນ​ໃນການ​ເດືອນ​ທະ​ເລ ຈີນ - ອາ​ຊຽນ. ປັກກິ່ງ ກໍ​ພວມ​ຕັ້ງໜ້າ​ກະກຽມ​ສ້າງ​ຕັ້ງ​ຄະນະ​ກຳມະການ​ຮ່ວມ​ສຳພັນ ຈີນ - ອາ​ຊຽນ. ຈີນ ພ້ອມ​ແລ​້ວທີ່​ຮ່ວມ​ມື ກັບ ອາ​ຊຽນ, ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສັນຍາ​ການ​ຄ້າ​ເສລີ (ຫຼື FTA), ​ເພີ່ມ​ທະວີ​ການ​ຮ່ວມ​ສຳພັນ, ຮ່ວມ​ມື​ໃນ​ການ​ເດີນ​ທະ​ເລ, ຮ່ວມ​ມື​ໃນ​ບັນດາ​ບັນດາ​ສັງຄົມ - ວັດທະນະທຳ, ຍົກ​ສູງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຈີນ - ອາ​ຊຽນ ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່. ປະຈຸ​ບັນ, ຈີນ ​ແມ່ນ​ຄູ່​ຮ່ວມ​ມື​ລາຍ​ໃຫຍ່​ຂອງ ອາ​ຊຽນ ​ແລະ ອາ​ຊຽນ ​ແມ່ນ​ລູກ​ຄ້າ​​ໃຫຍ່​ອັນ​ດັບ 3 ຂອງ ຈີນ.

ຂ່າວ/ບົດ​ອື່ນ