ຈີນ, ລັດ​ເຊຍ ລາດ​ຕະ​ເວນ​ຮ່ວມ​ຢູ່ເຂດ​ນ່ານ​ຟ້າ​ທີ່ເຂດ​ທະ​ເລ ຍີ່​ປຸ່ນ ແລະ ທະ​ເລ​ຮ​ວາ​ຕ​ຸງ

(VOVWORLD) - ວັນທີ 6 ມິຖຸນາ, ກະຊວງປ້ອງກັນປະເທດ ຈີນ ໃຫ້ຮູ້ວ່າ ປະເທດນີ້ ພ້ອມກັບ ລັດເຊຍ ໄດ້ດຳເນີນການລາດຕະເວນຍຸດທະສາດທາງອາກາດຢູ່ເຂດທະເລ ຍີ່ປຸ່ນ ແລະ ທະເລຮວາຕຸງ.
ຈີນ, ລັດ​ເຊຍ ລາດ​ຕະ​ເວນ​ຮ່ວມ​ຢູ່ເຂດ​ນ່ານ​ຟ້າ​ທີ່ເຂດ​ທະ​ເລ ຍີ່​ປຸ່ນ ແລະ ທະ​ເລ​ຮ​ວາ​ຕ​ຸງ - ảnh 1(ພາບປະກອບ: Kyodo/TTXVN)

 ນີ້ແມ່ນການລາດຕະເວນຮ່ວມຄັ້ງທີ 6 ລະຫວ່າງ 2 ປະເທດ ນັບແຕ່ປີ 2019, ເຊິ່ງໄດ້ດຳເນີນໃນສະພາບການທີ່ ປັກກິ່ງ ແລະ ມົດສະກູ ເພີ່ມທະວີການຮ່ວມມືດ້ານການທະຫານ. ຖະແຫຼງການຂອງກະຊວງປ້ອງກັນປະເທດ ຈີນ ຊີ້ແຈ້ງວ່າ ການລາດຕະເວນດັ່ງກ່າວນອນໃນຂອບເຂດການຮ່ວມມືປະຈຳປີລະຫວ່າງກອງທັບສອງປະເທດ.

        ກ່ອນໜ້ານັ້ນ, ເດືອນພະຈິກ ປີ 2022, ເຮືອບິນຂອງ ລັດເຊຍ, ໃນນັ້ນ ມີເຮືອບິນຖີ້ມລະເບີດຍຸດທະສາດ ໄດ້ດຳເນີນການລາດຕະເວນຮ່ວມກັບເຮືອບິນຖີ້ມລະເບີດຂອງ ຈີນ ຢູ່ທະເລ ຍີ່ປຸ່ນ ແລະ ທະເລຮວາຕຸງ ເຊັ່ນດຽວກັນ. ໃນຂະນະນັ້ນ, ກຳລັງພິທັກຮັກສາທາງອາກາດຂອງ ຍີ່ປຸ່ນ ໄດ້ຈັດສົ່ງເຮືອບິນສູ້ຮົບໄປຍັງເຂດນ່ານຟ້າດັ່ງກ່າວ ແລະ ສະແດງຄວາມວິຕົກກັງວົນຕໍ່ການກະທຳຂອງ ລັດເຊຍ ແລະ ຈີນ ຜ່ານຊ່ອງທາງການທູດ.

ຕອບກັບ

ຂ່າວ/ບົດ​ອື່ນ