ຈີນ ສືບ​ຕໍ່​ຮຽກຮ້ອງ​ໃຫ້ ອາ​ເມ​ລິ​ກາ ຕ້ອງມີ​ຄວາມ​ຮັບ​ຮູ້ສະພາບ​ການ​ຢ່າງ​ຖືກຕ້ອງ

(VOVWORLD) -ບັນດາການກະທໍາຫວ່າງມໍ່່ໆມານີ້ຂອງ ອາເມລິກາ ທີ່ແນໃສ່ ຈີນ, ທໍາລາຍການພົວພັນລະຫວ່າງ ອາເມລິກາ ແລະ ຈີນ ແມ່ນພຽງແຕ່ຍິ່ງເຮັດໃຫ້ປະຊາຊົນ ຈີນ ມີຄວາມສາມັກຄີກັນຂຶ້ນຕື່ມ. 
ຈີນ ສືບ​ຕໍ່​ຮຽກຮ້ອງ​ໃຫ້ ອາ​ເມ​ລິ​ກາ ຕ້ອງມີ​ຄວາມ​ຮັບ​ຮູ້ສະພາບ​ການ​ຢ່າງ​ຖືກຕ້ອງ - ảnh 1ທ່ານ ຈາວຫຼີຈຽນ ໂຄສົກກະຊວງການຕ່າງປະເທດ ຈີນ  (ພາບ: VOV) 

        ກ່າວຄໍາເຫັນໃນວັນທີ 11 ສິງຫາ, ທ່ານ ຈາວຫຼີຈຽນ ໂຄສົກກະຊວງການຕ່າງປະເທດ ຈີນ ເນັ້ນໜັກວ່າ ຈີນ ຮຽກຮ້ອງບາງສ່ວນບຸກຄົນ ອາເມລິກາ ຕ້ອງມີຄວາມຮັບຮູ້ສະພາບການໃນປັດຈຸບັນໃຫ້ຖືກຕ້ອງ, ບັນດາການກະທໍາຫວ່າງມໍ່່ໆມານີ້ຂອງ ອາເມລິກາ ທີ່ແນໃສ່ ຈີນ, ທໍາລາຍການພົວພັນລະຫວ່າງ ອາເມລິກາ ແລະ ຈີນ ແມ່ນພຽງແຕ່ຍິ່ງເຮັດໃຫ້ປະຊາຊົນ ຈີນ ມີຄວາມສາມັກຄີກັນຂຶ້ນຕື່ມ. ພ້ອມກັນນັ້ນ, ທ່ານ ຈາວຫຼີຈຽນ ກໍຮຽກຮ້ອງໃຫ້ ອາເມລິກາ ພ້ອມກັນຊຸກຍູ້ການພົວພັນລະຫວ່າງສອງຝ່າຍໃຫ້ “ກັບຄືນສູ່ວົງໂຄຈອນທີ່ຖືກຕ້ອງ, ມີຄວາມກົມກຽວ, ຮ່ວມມື ແລະ ມີສະຖຽນລະພາບ”.

ຄໍາກ່າວປາໄສຂອງທ່ານ ຈາວຫຼີຈຽນ ໄດ້ຮັບຖືວ່າແມ່ນໝາກຜົນການສໍາຫຼວດຜ່ານທາງອອນລາຍຫວ່າງມໍ່ໆມານີ້ຂອງໜັງສືພິມ ຄວ໊ານຈ໊ຽວຊືຶ໊ບາວ ສໍາລັບຊາວຈີນ ກວ່າ 100.000 ຄົນ ກ່ຽວກັບການພົວພັນລະຫວ່າງ ຈີນ - ອາເມລິກາ. ຕາມນັ້ນແລ້ວ, 96% ຈໍານວນຜູ້ເຂົ້າຮ່ວມການສໍາຫຼວດມີຄວາມທໍ້ຖອຍໃຈກ່ຽວກັບການພົວພັນລະຫວ່າງ ຈີນ - ອາເມລິກາ, ຫຼາຍກວ່າ 97% ແມ່ນສະໜັບສະໜູນ ຈີນ ຕ້ອງມີມາດຕະການທີ່ແຂງກະດ້າງກວ່າຕໍ່ ອາເມລິກາ.

ນັກຂ່າວ VOV  ປະຈໍາ ຈີນ


ຕອບກັບ

ຂ່າວ/ບົດ​ອື່ນ