ຈີນ ສະ​ເໜີ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ

(VOVWORLD) ຈີນ ໄດ້ສະເໜີຈັດຕັ້ງກອງປະຊຸມຂັ້ນລັດຖະມົນຕີການຕ່າງປະເທດ ກັບ 10 ປະເທດ ສະມາຊິກ ອາຊຽນ ໃນເດືອນມິຖຸນາ ຈະມາເຖິງຢູ່ ຈີນ. 
 ຈີນ ສະ​ເໜີ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ່ (ພາບ:  THX/TTXVN)

ຈີນ ພວມຄິດໄລ່ຊັ່ງຊາການຈັດຕັ້ງກອງປະຊຸມດັ່ງກ່າວຢູ່ນະຄອນໜຶ່ງ ໂດຍບໍ່ແມ່ນຢູ່ນະຄອນຫຼວງປັກກິ່ງ. ໃນສະພາບການທີ່ ປີ 2021 ແມ່ນປີສະເຫຼີມສະຫຼອງການພົວພັນຄູ່ເຈລະຈາ ອາຊຽນ - ຈີນ ຄົບຮອບ 30 ປີ, ສະນັ້ນ ປັກກິ່ງ ພວມມານະພະຍາຍາມຊຸກຍູ້ການຮ່ວມມືລະຫວ່າງສອງຝ່າຍ. ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ່ ສະແດງຄວາມຫວັງວ່າ ໃນໂອກາດນີ້, ສອງຝ່າຍຈະຈັດເຫດການຫຼາຍຢ່າງ ເພື່ອສະເຫຼີມສະຫຼອງ ແລະ ຍົກລະດັບການພົວພັນລະຫວ່າງ ຈີນ ກັບ ອາຊຽນ. 

ຕອບກັບ

ຂ່າວ/ບົດ​ອື່ນ