ຈີນ ເດັດ​ດ່ຽວ​ຄັດ​ຄ້ານ​ຄຳ​ສັ່ງ​ຫ້າມຂອງ​ອາ​ເມ​ລິ​ກາ​ຕໍ່ Wechat, Tiktok

(VOVWORLD) -ວັນທີ 19 ກັນຍາ, ກະຊວງການຄ້າຈີນໄດ້ຖະແຫຼງວ່າຈີນເດັດດ່ຽວຄັດຄ້ານຂໍ້ຕົກລົງ ຂອງອາເມລິກາກ່ຽວກັບ ຄຳສັ່ງຫ້າມບັນດາໂປຼແກຼມ WeChat ແລະ Tiktok ໃນບັນດາຮ້ານຂາຍໂປຼແກຼມອອນລາຍຂອງອາເມລິກາ ນັບແຕ່ຕອນຄ່ຳ ວັນທີ 20 ກັນຍາເປັນຕົ້ນໄປ.
ຈີນ ເດັດ​ດ່ຽວ​ຄັດ​ຄ້ານ​ຄຳ​ສັ່ງ​ຫ້າມຂອງ​ອາ​ເມ​ລິ​ກາ​ຕໍ່ Wechat, Tiktok - ảnh 1ພາບປະກອບ: AFP/TTXVN 

ຕາມກະຊວງການຄ້າຈີນແລ້ວ, ຖ້າຫາກວ່າ ອາເມລິກາ ບໍ່ດັບປັບຂໍ້ຜິດພາດຂອງຕົນ, ປັກກິ່ງ ຈະຍົກອອກບັນດາມາດຕະການທີ່ຈຳເປັນເພື່ອປົກປ້ອງຜົນປະໂຫຍດອັນຊອບທຳຂອງບັນດາບໍລິສັດຈີນ.

ກ່ອນໜ້ານັ້ນ ໃນວັນທີ 18 ກັນຍາ, ກະຊວງການຄ້າ ອາເມລິກາ ໄດ້ປະກາດວ່າທຸກການກະທຳຈຳໜ່າຍຫຼື ຮັກສາ Wechar ແລະ Tiktok ໃນບັນດາຮ້ານຂາຍໂປຼແກຼມ ອອນລາຍ ຈະຖືກຫ້າມ ນັບແຕ່ ວັນທີ 20 ກັນຍາເປັນຕົ້ນໄປ. ດ້ວຍສາຍເຫດແມ່ນ ອາເມລິກາ ກ່າວຫາບັນດາໂປຼແກຼມນີ້ຂອງຈີນ “ນາບຂູ່ເຖິງຄວາມໝັ້ນຄົງແຫ່ງຊາດ, ນະໂຍບາຍທາງການທູດ ແລະ ພື້ນຖານເສດຖະກິດຂອງອາເມລິກາ”.

ຕອບກັບ

ຂ່າວ/ບົດ​ອື່ນ