ຈີນ ເພີ່ມທະວີການກະທຳຜິດພາດ “ບໍ່ເຄີຍມີມາກອ່ນ” ຢູ່ ທະເລຕາເວັນອອກ

(VOVWORLD) - ເລື່ອງຍູ້ແຮງວິວັດການເຈລະຈາ ເພື່ອຮັບຮອງເອົາກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ COC ໃນໄລຍະຈະມາເຖິງແມ່ນສຳຄັນທີ່ສຸດ.

 

ຈີນ ເພີ່ມທະວີການກະທຳຜິດພາດ “ບໍ່ເຄີຍມີມາກອ່ນ” ຢູ່ ທະເລຕາເວັນອອກ - ảnh 1 ຈີນ ໄດ້ຜັນຂະຫຍາຍກຳປັ່ນຫລາຍລຳໄປເຖິງທະເລຕາເວັນອອກ 

ຕາມນັກຊ່ຽວຊານຍິງ ຊາວມາເລເຊຍ ແລ້ວ, ນັບແຕ່ຕົ້ນປີ 2020 ທະເລຕາເວັນອອກໄດ້ກາຍເປັນ “ຈຸດຮ້ອນເຮັ່ງ” ຂອງບັນດາການກະທຳເກາະຜິດຂອງຈີນ ເພື່ອເລັ່ງໃສ່ບັນດາປະເທດໃນພາກພື້ນ. ຈີນ ໄດ້ຜັນຂະຫຍາຍກຳປັ່ນຫລາຍລຳໄປເຖິງເຂດເສດຖະກິດຈຳເພາະ (EEZ) ຂອງບັນດາປະເທດ ແລະ ມີການກະທຳເກາະຜິດ, ກໍ່ຄວາມວຸ້ນວາຍທີ່ອັນຕະລາຍ. ຈີນ ໄດ້ສວຍໃຊ້ສະພາບການໂລກລະບາດ ໂຄວິດ 19 ພວມຜັນແປໄປຢ່າງສັບສົນຢູ່ບັນດາປະເທດໃນພາກພື້ນ ເພື່ອສືບຕໍ່ມີການກະທຳເຄັ່ງຕຶງປີນຂັ້ນໄດເຮັດໃຫ້ປະຊາຄົມສາກົນຍິ່ງມີຄວາມວິຕົກກັງວົນ, ເປັນຕົ້ນແມ່ນເຫດ ກຳປັ່ນຕຳຫລວດທະເລຂອງຈີນ ຕຳກຳປັ່ນ QNg 90617 TS ຂອງຫວຽດນາມ ເມື່ອວັນທີ 2 ເມສາ.

ທ່ານາງ ຖືວ່າ ເລື່ອງຍູ້ແຮງວິວັດການເຈລະຈາ ເພື່ອຮັບຮອງເອົາກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ COC ໃນໄລຍະຈະມາເຖິງແມ່ນສຳຄັນທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ