ຈີນ ໃຫ້ຄຳໝັ້ນສັນຍາຍູ້ແຮງການທາບທາມຄວາມເຫັນກ່ຽວກັບ COC

(VOVWORLD) -ຈີນ ແລະ ມາເລເຊຍ ເຫັນດີຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ ຜ່ານຄວາມເຫັນດີເຫັນພ້ອມດ້ານການເມືອງ, ເຫັນດີຮັກສາບົດບາດໃຈກາງຂອງ ອາຊຽນ ແລະ ຂອບເຂດການຮ່ວມມືພາກພື້ນ ອາຊຽນ.
ຈີນ ໃຫ້ຄຳໝັ້ນສັນຍາຍູ້ແຮງການທາບທາມຄວາມເຫັນກ່ຽວກັບ COC - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຈີນ ວາງອີ
(ພາບ:THX/TTXVN)

 ຈີນ ຈະຍູ້ແຮງການທາບທາມຄວາມເຫັນກ່ຽວກັບກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ແລະ ເຮັດວຽກກັບບັນດາຝ່າຍທີ່ກ່ຽວຂ້ອງໃນການສ້າງເຂດທະເລແຫ່ງສັນຕິພາບ ແລະ ຮ່ວມມື. ນີ້ແມ່ນຄຳຢືນຢັນຂອງທ່ານລັດຖະມົນຕີການຕ່າງປະເທດ ຈີນ ວາງອີ ທີ່ກອງປະຊຸມຖະແຫຼງຂ່າວຮ່ວມກັບຄູ່ຕຳແໜ່ງ ມາເລເຊຍ Saifuddin Abdullah ທີ່ຈັດຂຶ້ນໃນຕອນບ່າຍວັນທີ 12 ກໍລະກົດ, ຢູ່ ມາເລເຊຍ. ທ່ານ ວາງອີ ໃຫ້ຮູ້ວ່າ, ຈີນ ແລະ ມາເລເຊຍ ເຫັນດີຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ ຜ່ານຄວາມເຫັນດີເຫັນພ້ອມດ້ານການເມືອງ, ເຫັນດີຮັກສາບົດບາດໃຈກາງຂອງ ອາຊຽນ ແລະ ຂອບເຂດການຮ່ວມມືພາກພື້ນ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ