ຈີນຕີລາຄາສູງການຮ່ວມມືລະຫວ່າງຈີນ - ອາຊຽນ

(VOVWORLD) - ປີ 2021, ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມເຈລະຈາ, 2 ຝ່າຍຈະສືບຕໍ່ຍູ້ແຮງການຮ່ວມມືຢ່າງແທດຈິງໃນທຸກຂົງເຂດກວ່າອີກ, ນຳການພົວພັນລະຫວ່າງ 2 ຝ່າຍໃຫ້ຂຶ້ນສູ່ລະດັບສູງໃໝ່.
ຈີນຕີລາຄາສູງການຮ່ວມມືລະຫວ່າງຈີນ - ອາຊຽນ - ảnh 1 (ທ່ານ ແຈ້ວຫຼີຈຽນ, ໂຄສົກກະຊວງການຕ່າງປະເທດຈີນ)

ວັນທີ 08 ກັນຍາ, ທ່ານ ແຈ້ວຫຼີຈຽນ, ໂຄສົກກະຊວງການຕ່າງປະເທດຈີນ ໃຫ້ຮູ້ວ່າ, ປະຈຸບັນການພົວພັນລະຫວ່າງຈີນ - ອາຊຽນ ແມ່ນມີພະລັງຊີວິດທີ່ສຸດ, ມີເນື້ອໃນອຸດົມສົມບູນທີ່ສຸດໃນການພົວພັນລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມເຈລະຈາ. ນີ້ແມ່ນການຕີລາຄາຂອງກະຊວງການຕ່າງປະເທດຈີນ. ທ່ານ ແຈ້ວຫຼີຈຽນ ຢືນຢັນວ່າ, ຈີນ ແລະ ອາຊຽນ ບໍ່ພຽງແຕ່ຮ່ວມມືກັນໄດ້ເປັນຢ່າງດີໃນການຮັບມືກັບໂລກລະບາດ, ຮັບປະກັນພື້ນຖານເສດຖະກິດໃຫ້ມີສະຖຽນລະພາບ, ຮັບປະກັນຊີວິດສັງຄົມເທົ່ານັ້ນ, ຫາກຍັງເຮັດໃຫ້ເນື້ອໃນການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ຝ່າຍອຸດົມສົມບູນຂຶ້ນຕື່ມອີກດ້ວຍ.

          ທ່ານ ແຈ້ວຫຼີຈຽນ ຫວັງວ່າ, ປີ 2021, ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມເຈລະຈາ, 2 ຝ່າຍຈະສືບຕໍ່ຍູ້ແຮງການຮ່ວມມືຢ່າງແທດຈິງໃນທຸກຂົງເຂດກວ່າອີກ, ນຳການພົວພັນລະຫວ່າງ 2 ຝ່າຍໃຫ້ຂຶ້ນສູ່ລະດັບສູງໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ