ຈີນ​ຕຳ​ໜິ​ຕິ​ຕຽນ​ເລື່ອງ​ອາ​ເມ​ລິ​ກາ​ຕັດ​ຂາດ​ການ​ພົວ​ພັນ​ກັບ WHO

(VOVWORLD) -ຈີນໄດ້ຕຳໜິຕິຕຽນ ອາເມລິກາ ພາຍຫຼັງ ທ່ານ ປະທານາທິບໍດີ ອາເມລິກາ Donald Trump ປະກາດຕັດຂາດການພົວພັນລະຫວ່າງ ອາເມລິກາ ກັບ ອົງການອະນາໄມ ໂລກ (WHO). 
ຈີນ​ຕຳ​ໜິ​ຕິ​ຕຽນ​ເລື່ອງ​ອາ​ເມ​ລິ​ກາ​ຕັດ​ຂາດ​ການ​ພົວ​ພັນ​ກັບ WHO - ảnh 1ພາບປະກອບ: TTXVN 

ໃນການຖະແຫຼງຂ່າວ ຈັດຂຶ້ນໃນວັນທີ 1 ມິຖຸນາ, ທ່ານ ຈາວລີຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນຊີ້ແຈ້ງວ່າ ປະຊາຄົມສາກົນ ລ້ວນແຕ່ສະແດງຄວາມບໍ່ພໍໃຈ ກັບການກະທຳເຫັນແກ່ຕົວ,  ຫຼົບຫຼີກ ຄວາມຮັບຜິດຊອບ ຂອງອາເມລິກາ ແລະ ເຮັດໃຫ້ ການຮ່ວມມືສາກົນຂອງ ອາເມລິກາໃນການປ້ອງກັນ, ຕ້ານໂລກລະບາດຖືກຫຼຸດລົງ. ທ່ານ ຈາວລີຈ້ຽນ ຖືວ່າ ໃນສະພາບການໂລກລະບາດຄືໃນປັດຈຸບັນ, ທຸກໆການກະທຳຫ້າມ, ບໍ່ໃຫ້ ຫຼື ນາບຂູ່ WHO ແມ່ນການຂາດຄວາມເອົາໃຈໃສ່ເຖິງຊີວິດອິນຊີ, ສິ່ງທ້າທາຍຂອງມວນມະນຸດ ແລະ ທຳລາຍການຮ່ວມມືສາກົນ. ທ່ານຢັ້ງຢືນວ່າ ຈີນຈະສວມບົດບາດທີ່ມີຄວາມຮັບຜິດຊອບ ແລະ ສະໜັບສະໜູນ WHO ໃນການ ນຳໜ້າ ການປ້ອງກັນ, ສະກັດກັ້ນ ເຊື້ອໄວຣັດ SARS – CoV – 2, ພ້ອມທັງຮຽກຮ້ອງໃຫ້ປະຊາຄົມສາກົນ ມີຄວາມສາມັກຄີກັນ, ເພີ່ມທະວີຄວາມສະໜັບສະໜູນດ້ານການເມືອງ ແລະ ແຫຼ່ງງົບປະມານໃຫ້ແກ່ອົງການຈັດຕັ້ງດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ