ຈີນ​ຢັ້​ງ​ຢືນ ມີຄົນ​ເຈັບ​ຜູ້​ທີ 4 ຖືກ​ເສຍ​ຊີ​ວິດ ຍ້ອນ​ພະ​ຍາດ​ປອດ​ອັກ​ເສບ ເຊ​ື້ອ​ໄວ​ຣັດ Corona

(VOVWORLD) -ວັນທີ 21 ມັງກອນ, ພະແນກສາທາລະນະສຸກ ອູຄານ, ພາກກາງປະເທດຈີນ, ໃຫ້ຮູ້ວ່າ ມີຄົນເຈັບຜູ້ທີ 4 ຖືກເສຍຊີວິດ ຍ້ອນພະຍາດປອດອັກເສບ ເຊື້ອໄວຣັດ Corona ກໍ່ຂຶ້ນ.
ຈີນ​ຢັ້​ງ​ຢືນ ມີຄົນ​ເຈັບ​ຜູ້​ທີ 4 ຖືກ​ເສຍ​ຊີ​ວິດ ຍ້ອນ​ພະ​ຍາດ​ປອດ​ອັກ​ເສບ ເຊ​ື້ອ​ໄວ​ຣັດ Corona - ảnh 1 ເຊື້ອໄວຣັດ Corona (ພາບ: TTXVN)

ຂ່າວຄາວ ດັ່ງກ່າວ ໄດ້ຍົກອອກມາ ພາຍຫຼັງ 2,3 ຊົ່ວໂມງ ທ່ານ ຈຸງນ໊ານຊານ  ນັກຊ່ຽວຊານແຖວໜ້າ ຂອງ ຈີນກ່ຽວກັບພະຍາດລະບົບຫາຍໃຈ, ຫົວໜ້າໜ່ວຍງານຊ່ຽວຊານຂອງຄະນະກຳມະການສາທາລະນະສຸກ ແລະ ສຸຂະພາບຈີນ ຢັ້ງຢືນ ພະຍາດອັກເສບປອດ ຍ້ອນເຊື້ອໄວຣັດ 2019 – nCoV ອາດຈະແຜ່ເຊື້ອພະຍາດ ຈາກຄົນ ສູ່ຄົນ ແລະ ມີ ທ່ານໝໍ, ພະຍາບານ 15 ຄົນ ຖືກຕິດພະຍາດ ໃນການດູແລເບິ່ງແຍງຄົນເຈັບ.

        ໃນບົດກ່າວປາໄສໃນຊ່ອງໂທລະພາບອອກອາກາດ ໃນວັນທີ 20 ມັງກອນ, ທ່ານ ປະທານປະເທດ ຈີນ ສີຈິ້ນຜິງ ໄດ້ຢັ້ງຢືນວ່າ ຊີວິດອີນຊີ ແລະ ສຸຂະພາບຂອງ ປະຊາຊົນ ແມ່ນ ບຸລິມະສິດແຖວໜ້າສຳລັບອົງການທີ່ມີໜ້າທີ່ຮັບຜິດຊອບຂອງຈີນ. ທ່ານ ກໍ່ໄດ້ຊີ້ນຳວ່າ ຕ້ອງຄວບຄຸມເຊື້ອໄວລັດ ດັ່ງກ່າວໂດຍໄວ.

        ໃນວັນດຽວກັບ, ອົງການອະນາໄມໂລກ(WHO) ກໍ່ແຈ້ງວ່າຈະ ຈັດຕັ້ງກອງປະຊຸມຄະນະກຳມະການຮີບດ່ວນໃນທ້າຍອາທິດນີ້ ຢູ່ Geneva, ສະວິດ, ເພື່ອປຶກສາຫາລືວິທີການສະກັດກັ້ນຄວາມສ່ຽງແຜ່ລະບາດ ເຊື້ອໄວຣັດຊະນິດໃໝ່ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ