ຈີນ​ລົ​ງ​ໂທດ​ເຈົ້າ​ໜ້າ​ທີ່ 30 ຄົນ ທີ່​ເປັນ​ສະ​ມາ​ຊິກ​ຄະ​ນະລັດ​ຖະ​ບານ​ຂອງ ທ່ານ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

(VOVWORLD) -ຈີນໄດ້ອອກຂໍ້ຕົກລົງລົງໂທດ 28 ຄົນທີ່ໄດ້ລ່ວງລ້ຳອະທິປະໄຕຂອງຈີນຢ່າງຮ້າຍແຮງ. ຕາມກະຊວງການຕ່າງປະເທດຈີນແລ້ວ, ບັນດາເປົ້າໝາຍນີ້ ໄດ້ຂຶ້ນແຜນການ, ຊຸກຍູ້ ແລະ ປະຕິບັດການກະທຳແຊກແຊງເຂົ້າວຽກງານພາຍໃນຂອງຈີນຢ່າງຮ້າຍແຮງ
ຈີນ​ລົ​ງ​ໂທດ​ເຈົ້າ​ໜ້າ​ທີ່ 30 ຄົນ ທີ່​ເປັນ​ສະ​ມາ​ຊິກ​ຄະ​ນະລັດ​ຖະ​ບານ​ຂອງ ທ່ານ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ Donald Trump - ảnh 1ທ່ານ ອະດີດລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo (ພາບ: REUTERS)

ຕອນຄ່ຳວັນທີ 20 ມັງກອນ, ກະຊວງການຕ່າງປະເທດ ຈີນ ໄດ້ປະກາດວ່າ ປັກກິ່ງ ໄດ້ລົງໂທດເຈົ້າໜ້າທີ່ເກືອບ 30 ຄົນ ແລະ ບັນດາສະມາຊິກໃນຄະນະລັດຖະບານຂອງ ທ່ານ ອະດີດປະທານາທິບໍດີ ອາເມລິກາ Donald Trump, ໃນນັ້ນມີທ່ານ ອະດີດລັດຖະມົນຕີກະຊວງການຕ່າງປະເທດ Mike Pompeo ຍ້ອນມີການກະທຳລະເມີດອະທິປະໄຕຂອງຈີນ.

        ຈີນໄດ້ອອກຂໍ້ຕົກລົງລົງໂທດ 28 ຄົນທີ່ໄດ້ລ່ວງລ້ຳອະທິປະໄຕຂອງຈີນຢ່າງຮ້າຍແຮງ. ຕາມກະຊວງການຕ່າງປະເທດຈີນແລ້ວ, ບັນດາເປົ້າໝາຍນີ້ ໄດ້ຂຶ້ນແຜນການ, ຊຸກຍູ້ ແລະ ປະຕິບັດການກະທຳແຊກແຊງເຂົ້າວຽກງານພາຍໃນຂອງຈີນຢ່າງຮ້າຍແຮງ, ເຮັດໃຫ້ບັນດາຜົນປະໂຫຍດຂອງ ຈີນຖືກຫຼຸດລົງ, ແຕະຕ້ອງເຖິງປະຊາຊົນຈີນ ແລະ ເຮັດໃຫ້ການພົວພັນລະຫວ່າງ ຈີນ - ອາເມລິກາຖືກຕັດຂາດຢ່າງຮ້າຍແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ