ຈີນສະໜັບສະໜູນເລື່ອງຍົກອອກມະຕິໃໝ່ຂອງສະພາຄວາມໝັ້ນຄົງສປຊຕໍ່ສປປເກົາຫຼີ

ຈີນສະໜັບສະໜູນເລື່ອງຍົກອອກມະຕິໃໝ່ຂອງສະພາຄວາມໝັ້ນຄົງສປຊຕໍ່ສປປເກົາຫຼີ - ảnh 1
ທູດ​ພິ​ເສດ​ຈີນ ທ່ານ ອູ໋ຕ້າ​ເຫວີ​ຍ
(ພາບ: foxnews.com.)

(vovworld) - ຈີນ​ສະ​ແດງ​ຄວາມ​ເຫັນ​ດີ​ເປັນ​ເອກະ​ພາບ​ກັບສ.ເກົາ​ຫຼີ ກ່ຽວ​ກັບ​ຄວາມ​ສຳຄັນ​ໃນ​ການ​ປະຕິບັດ​ບັນດາ​ຄຳ​ສັ່ງ​ລົງ​ໂທດ​ໃໝ່​ຂອງ​ສະຫະ (ສປຊ) ທີ່​ສະ​ເໜີ​ຕໍ່ ສປປ ​ເກົາຫຼີ​ ຢ່າງ​ຄົບ​ຖ້ວນ, ພາຍຫຼັງ​ທີ່ປະ​ເທດ​ນີ້​ດຳ​ເນີນ​ການ​ທົດ​ລອງ​ນິວເຄຼຍເມື່ອ​ເດືອນ​ກ່ອນ ​ແລະ ຍິງ​ລູກ​ສອນ​ໄຟ​ນຳ​ດາວ​ທຽມ​ຫວ່າງ​ແລ້ວ​ນີ້. ວັນ​ທີ 28/2, ກ່າວ​ຄວາມ​ເຫັນຕໍ່ວົງ​ການ​ສື່​ມວນ​ຊົນ ພາຍຫຼັງ​ການ​ພົບ​ປະ​ກັບ​ທູດ​ພິ​ເສດ​ຈີນ ທ່ານ ອູ໋ຕ້າ​ເຫວີ​ຍ , ຢູ່​ນະຄອນຫຼວງ ​ເຊີ​ອູ​ນ, ທູດ​ພິ​ເສດ​ຂອງ ສ​ເກົາຫຼີ ກ່ຽວ​ກັບ​ສັນຕິພາບ ​ແລະ ຄວາມ​ສະຫງົບ​ປອດ​ໄພ​ໃນ​ແຫຼມ ​ເກົາຫຼີ ທ່ານ Hwang Joon-kook, ​ໃຫ້​ຮູ້​ວ່າ ຈີນ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ກັບ​ຝ່າຍ ສ​ເກົາຫຼີ ວ່າ, ສປປ​ເກົາຫຼີ ບໍ່​ມີ​ການ​ເລືອກ​ເຟັ້ນ​ໃດໆ​ອີກ, ນອກຈາກ​ເລື່ອງ​ຕ້ອງ​ປ່ຽນ​ແປງ. ສ່ວນ​ທ່ານ ອູ໋ຕ້າ​ເຫວີ​ຍ ​ໃຫ້​ຮູ້​ວ່າ, ຈີນ​​ເຫັນ​ດີສະໜັບສະໜູນ​ເລື່ອງ​ຍົກ​ອອກ​ມະຕິ​ໃໝ່​ຂອງ​ສະພາ​ຄວາມ​ໝັ້ນຄົງ ສປຊ ສຳລັບ ສປປ​ເກົາຫຼີ, ພ້ອມ​ທັງ​ຢືນຢັນ​ວ່າ, ຝ່າຍ​ຕ່າງໆ​ຄວນ​ຮ່ວມ​ມື​ກັນ​ເພື່ອ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​​ແຫຼມ​ເກົາຫຼີ.

ຂ່າວ/ບົດ​ອື່ນ