ຈີນແລະອາຊີຕາເວັນອອກສຽງໃຕ້ຊຸກຍູ້ການພົບປະສົນທະນາປະຊາຊົນ

ຈີນແລະອາຊີຕາເວັນອອກສຽງໃຕ້ຊຸກຍູ້ການພົບປະສົນທະນາປະຊາຊົນ - ảnh 1
ງານພົບ​ປະ​ສົນທະນາປະຊາຊົນ​ຂັ້ນ​ສູງ ຈີນ - ອາຊຽນ
ພາບ:yenbai.gov.vn


(vovworld)-​​ແຈ້ງ​ການ​ຫນັງສືພິມ​ຂອງ​ຄະນະ​ເລ​ຂາ​ອາ​ຊຽນ​ໃຫ້​ຮູ້​ວ່າ: ວັນ​ທີ 4/6 ຢູ່​ນະຄອນ​ຫນານ​ຫນີງປະ​ເທດ​ຈີນ​ໄດ້​ດຳ​ເນີນ​ງານພົບ​ປະ​ສົນທະນາປະຊາຊົນ​ຂັ້ນ​ສູງ ຈີນ ​- ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ພາຍ​ໃຕ້​ຫົວ​ຂໍ້​ວ່າ: ສັນຕິພາບ​ເພື່ອ​ການ​ພັດທະນາ​ແລະ ການ​ຮ່ວມ​ມື”.​ນີ້​ແມ່ນ​ເວທີ​ປາ​ໄສ​ໂດຍ​ເຄືອ​ຂ່າຍ​ແລກປ່ຽນ​ສາກົນ​ຂອງ​ຈີນ​ຈັດ​ຕັ້ງ​ຂຶ້ນ​ເພື່ອ​ຊຸກຍູ້​ການ​ພົບ​ປະ​ແລກປ່ຽນ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ປະຊາຊົນ​ຈີນ ​ແລະ ປະຊາຊົນ​ບັນດາ​ປະ​ເທດ​ອາ​ຊຽນ. ກ່າວ​ຄຳ​ເຫັນ​ໄຂ​ການພົບ​ປະ​ສົນທະນາ, ທ່ານ ຫລຽວຈີ້​ບ່າວ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ຫົວຫນ້າ​ຄະນະ​ຜູ້​ແທນ​ປະ​ເທດ​ເຈົ້າພາບ​ໄດ້​ເນັ້ນ​ຫນັກ​​ເຖິງຄວາມ​ຕ້ອງການ​ພົວພັນ​ແລ​ກປ່ຽນ​ຢ່າງ​ຍາວ​ນານ​ລະຫວ່າງ ຈີນ ​ແລະ ອາ​ຊຽນ. ຕາມ​ທ່ານ​ແລ້ວ, ຄວາມ​ສາມັກຄີ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ ​ແມ່ນ​ບັນດາປັດ​ໄຈ​ສຳຄັນ​ໃຫ້​ແກ່​ການ​ຊຸກຍູ້​ກາ​ນພົວພັນ​ລະຫວ່າງ​ຈີນ ກັບ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ. ລັດຖະບານ ​ແລະ ປະຊາຊົນ​ສອງ​ຝ່າຍ​ລ້ວນ​ແຕ່​ມີ​ຄວາມ​​ໄຝ່ຝັນ​ໄດ້​ດຳລົງ​ຊີວິດ​ຮ່ວມ​ກັນ​ໃນ​ຄວາມ​ສັນຕິພາບ, ວັດທະນາ​ຖາວອນ ​ແລະ ປະຊາຊົນ​ຈີນ​ພ້ອມ​ແລ້ວ​ທີ່​ຈະຮ່ວມ​ມື​ກັບ​ປະຊາຊົນ​ບັນດາ​ປະ​ເທດ​ອາ​ຊຽນ​ເພື່ອ​ໃຫ້​ຄວາມ​​ໄຝ່ຝັນ​ນັ້ນ​ປະກົດ​ຜົນ​ເປັນ​ຈິງ.

 

ຂ່າວ/ບົດ​ອື່ນ