ຈຳ​ນວນ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ຢູ່​ ຫວຽດ​ນາມ ໃນ​ວັນ​ທີ 28 ເມ​ສາ ຫຼຸດ​ລົງ​ຢ່າງ​ແຮງ

(VOVWORLD) -ວັນທີ 28 ເມສາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ  7.116  ຄົນ, ຫຼຸດລົງ 888 ຄົນເມື່ອທຽບໃສ່ກ່ອນໜ້ານັ້ນໜຶ່ງວັນ.
ຈຳ​ນວນ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ຢູ່​ ຫວຽດ​ນາມ ໃນ​ວັນ​ທີ 28 ເມ​ສາ ຫຼຸດ​ລົງ​ຢ່າງ​ແຮງ - ảnh 1(ພາບປະກອບ: VOV)

ນັບແຕ່ເວລາ 16 ໂມງຂອງວັນທີ 27 ເມສາ ຫາເວລາ 16 ໂມງຂອງວັນທີ 28 ເມສາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ  7.116  ຄົນ, ຫຼຸດລົງ 888 ຄົນເມື່ອທຽບໃສ່ກ່ອນໜ້ານັ້ນໜຶ່ງວັນ.

       ໃນວັນດຽວກັນ, ມີຜູ້ທີ່ໄດ້ຮັບການປິ່ນປົວຫາຍດີ 79.171 ຄົນ, ອັນໄດ້ຍົກຈຳນວນຜູ້ຫາຍດີທັງໝົດຢູ່ ຫວຽດນາມ ຂຶ້ນເຖິງ 9.242.303 ຄົນ, ໃນນັ້ນ ມີ 3 ຄົນເສຍຊີວິດ.  

        ເປັນອັນວ່າ, ໄລ່ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 10.638.632 ຄົນ, ຢືນອັນດັບທີ 12/227 ປະເທດ ແລະ ເຂດແຄວ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ