ຈຳນວນຜູ້ຕິດເຊື້ອໂຄວິດ -19 ໃໝ່ ຫຼຸດລົງເຫຼືອພຽງ 1.114 ຄົນ. ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເພີ່ມຂຶ້ນເກືອບ 8 ເທົ່າ

(VOVWORLD) -ໃນວັນທີ 28 ພຶດສະພາ ຫວຽດນາມ ມີຄົນເຈັບ ຕື່ມອີກ  8.463 ຄົນໄດ້ຮັບການປິ່ນປົວໃຫ້ຫາຍດີເພີ່ມຂຶ້ນເກືອບ 8 ເທົ່າເມື່ອທຽບໃສ່ຈຳນວນ ຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່
ຈຳນວນຜູ້ຕິດເຊື້ອໂຄວິດ -19 ໃໝ່ ຫຼຸດລົງເຫຼືອພຽງ 1.114 ຄົນ. ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເພີ່ມຂຶ້ນເກືອບ 8 ເທົ່າ - ảnh 1ພາບປະກອບ

     ນັບແຕ່ເວລາ 16 ໂມງຂອງວັນທີ 27 ພຶດສະພາ ຫາ 16 ໂມງ ຂອງວັນທີ 28 ພຶດສະພາ, ຫວຽດນາມມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ 1.114 ຄົນ ຢູ່ໃນ 44 ແຂວງ, ນະຄອນ.

           ໃນວັນທີ 28 ພຶດສະພາ ຫວຽດນາມ ມີຄົນເຈັບ ຕື່ມອີກ  8.463 ຄົນໄດ້ຮັບການປິ່ນປົວໃຫ້ຫາຍດີເພີ່ມຂຶ້ນເກືອບ 8 ເທົ່າເມື່ອທຽບໃສ່ຈຳນວນ ຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່. ໃນວັນທີ 28 ພຶດສະພາ ຫວຽດນາມບໍ່ມີຜູ້ຖືກເສຍຊີວິດຍ້ອນພະຍາດນີ້.

     ນັບແຕ່ເມື່ອເກີດໂລກລະບາດມາຮອດປະຈຸບັນ, ຫວຽດນາມມີ ຜູ້ຕິດເຊື້ອພະຍາດໂຄວິດ-19 ລວມທັງໝົດ 10.716.361 ຄົນ. ຍອດຈໍານວນກໍລະນີໄດ້ຮັບການປິ່ນປົວຫາຍດີແມ່ນ 9.439.913 ຄົນ. ຍອດຈຳນວນຜູ້ຕິດເຊື້ອຖືກເສຍຊີວິດແມ່ນ 43.078 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ