ຊຸກຍູ້ກົນໄກປະຕູດຽວແຫ່ງຊາດ, ກົນໄກປະຕູດຽວອາຊຽນ

(VOVWORLD) -ກະຊວງການເງິນໄດ້ສົມທົບກັບບັນດາກະຊວງ, ຂະແໜງການຜັນຂະຫຍາຍການຮັບຮອງເອົາກົນໄກປະຕູດຽວແຫ່ງຊາດດ້ວຍ 26 ລະບຽບການບໍລິຫານຢ່າງເປັນທາງການ
ຊຸກຍູ້ກົນໄກປະຕູດຽວແຫ່ງຊາດ, ກົນໄກປະຕູດຽວອາຊຽນ - ảnh 1(ພາບປະກອບ: TTXVN)

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຟ້າມບິ່ງມິງ ຫາກໍ່ຊີ້ນຳໃຫ້ບັນດາກະຊວງ, ຂະແໜງການ, ອົງການທີ່ກ່ຽວຂ້ອງຈົ່ງປະຕິບັດບັນດາມາດຕະການແກ້ໄຂຊຸກຍູ້ກົນໄກປະຕູດຽວແຫ່ງຊາດ, ກົນໄກປະຕູດຽວຂອງບັນດາປະເທດ ອາຊຽນ, ປະຕິຮູບວຽກການກວດກາຂະແໜງສະເພາະສຳລັບສິນຄ້າສົ່ງອອກ-ນຳເຂົ້າ ແລະ ສ້າງຄວາມສະດວກດ້ານການຄ້ານັບແຕ່ນີ້ຮອດທ້າຍປີ 2021. ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຮຽກຮ້ອງໃຫ້ກົມໃຫຍ່ພາສີສົມທົບກັບຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ (VCCI) ສ້າງກົນໄກຕິດຕາມກວດກາການຈັດຕັ້ງປະຕິບັດຕາມພາລະໜ້າທີ່ຂອງບັນດາກະຊວງ, ຂະແໜງການຕາມລາຍການ, ແຜນການຂອງລັດຖະບານທີ່ໄດ້ຮັບຮອງເອົາ.

ກະຊວງການເງິນໄດ້ສົມທົບກັບບັນດາກະຊວງ, ຂະແໜງການຜັນຂະຫຍາຍການຮັບຮອງເອົາກົນໄກປະຕູດຽວແຫ່ງຊາດດ້ວຍ 26 ລະບຽບການບໍລິຫານຢ່າງເປັນທາງການ; ສຳເລັດການທົດລອງດ້ານເຕັກນິກການເຊື່ອມຕໍ່ ແລະ ແລກປ່ຽນຂໍ້ມູນທົດລອງໃບແຈ້ງພາສີສົ່ງອອກກັບສະຫະພັນ ອາຊີ-ເອີລົບ; ແລກປ່ຽນຂໍ້ມູນໃບຢັ້ງຢືນຕົ້ນກຳເນີດສິນຄ້າ (C/O) ເອເລັກໂຕນິກກັບສ.ເກົາຫຼີ… ທ່ານຮອງນາຍົກລັດຖະມົນຕີຮຽກຮ້ອງສຳເລັດການຜັນຂະຫຍາຍ 35 ລະບຽບການບໍລິຫານຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ