ຊຸກຍູ້ກະສິກຳ, ເສດຖະກິດ-ສັງຄົມ ຊົນນະບົດພັດທະນາຢ່າງໄວວາ, ຍືນຍົງ

(VOVWORLD) -ທ່ານຫົວໜ້າຄະນະເສດຖະກິດສູນກາງ ເຈິ່ນຕວນແອັງ ຊີ້ແຈ້ງວ່າ: ນີ້ແມ່ນບັນດາມະຕິມີຄວາມໝາຍສຳຄັນຍິ່ງ, ສວມບົດບາດເປັນພື້ນຖານໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ.
ຊຸກຍູ້ກະສິກຳ, ເສດຖະກິດ-ສັງຄົມ ຊົນນະບົດພັດທະນາຢ່າງໄວວາ, ຍືນຍົງ - ảnh 1ທີ່ການເຮັດວຽກກັບຄະນະສະມາຊິກພັກກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ
(ພາບ: VGP)

ຕອນບ່າຍວັນທີ 24 ມິຖຸນາ, ຢູ່ຮ່າໂນ້ຍ, ຄະນະປະຕິບັດງານໂດຍທ່ານຫົວໜ້າຄະນະເສດຖະກິດສູນກາງ ເຈິ່ນຕວນແອັງ ເປັນຫົວໜ້າຄະນະ, ໄດ້ມີການເຮັດວຽກກັບຄະນະສະມາຊິກພັກກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ກ່ຽວກັບເລື່ອງສືບຕໍ່ປ່ຽນແປງໃໝ່ນະໂຍບາຍ, ກົດໝາຍວ່າດ້ວຍທີ່ດິ່ນໃນໄລຍະຍູ້ແຮງພາລະກິດປ່ຽນແປງໃໝ່ຢ່າງຮອບດ້ານ, ສ້າງພື້ນຖານເພື່ອໃຫ້ຮອດປີ 2030 ຫວຽດນາມ ໄດ້ກາຍເປັນປະເທດອຸດສາຫະກຳຕາມທິດທັນສະໄໝໂດຍພື້ນຖານ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຫົວໜ້າຄະນະເສດຖະກິດສູນກາງ ເຈິ່ນຕວນແອັງ ຊີ້ແຈ້ງວ່າ: ນີ້ແມ່ນບັນດາມະຕິມີຄວາມໝາຍສຳຄັນຍິ່ງ, ສວມບົດບາດເປັນພື້ນຖານໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ. ທ່ານ ເຈິ່ນຕວນແອັງ ເນັ້ນໜັກວ່າ, ໝາກຜົນການແລກປ່ຽນ, ປຶກສາຫາລືທີ່ການເຮັດວຽກຄັ້ງນີ້ແມ່ນບັນດາເນື້ອໃນສຳຄັນເບື້ອງຕົ້ນ, ຄວນສືບຕໍ່ໄດ້ຮັບການຄົ້ນຄວ້າເພື່ອສ້າງເນື້ອໃນໃຫ້ສົມບູນແບບ ແລະ ລາຍງານຕໍ່ຄະນະຊີ້ນຳສະຫຼຸບມະຕິຢ່າງເປັນທາງການ ເພື່ອພິຈາລະນາ, ສ້າງບົດລາຍງານລວມໃຫ້ສົມບູນ ແລ້ວຍື່ນສະເໜີຕໍ່ຄະນະບໍລິຫານງານສູນກາງພັກ.

ຕອບກັບ

ຂ່າວ/ບົດ​ອື່ນ