ຊຸ​ກ​ຍູ້​ການ​ນຳ​ໃຊ້ hyrogen ມຸ່ງ​ໄປ​ເຖິ​ງການກະ​ທົບກາກບອນ ຢູ່ ອາ​ຊຽນ

(VOVWORLD) -   ວັນທີ 13 ເມສາ, ສະຖາບັນຄົ້ນຄວ້າເສດຖະກິດ ອາຊຽນ ແລະ ອາຊີຕາເວັນອອກ (ERIA) ໄດ້ຈັດກອງປະຊຸມຖະແຫຼງຂ່າວປະກາດໝາກຜົນການຄົ້ນຄວ້າ ດ້ວຍຫົວຂໍ້ “hyrogen - ສ່ວນສຳຄັນໃນເປົ້າໝາຍສ້າງການກະທົບ ກາກບອນ ຢູ່ ອາຊຽນ”. 

   ທ່ານ Koji Hachiyama ຜູ້ອຳນວຍການບໍລິຫານ ERIA ໃຫ້ຮູ້ວ່າ: ຕາມເປົ້າໝາຍທີ 7 ຂອງການພັດທະນາແບບຍືນຍົງຂອງ ສປຊ ແລ້ວ, ບັນດາປະເທດສະມາຊິກ ອາຊຽນ  ແລະ ກອງປະຊຸມສຸດຍອດ ອາຊີຕາເວັນອອກ ຄວນຊຸກຍູ້ການນຳໃຊ້ບັນດາແຫຼ່ງພະລັງງານຜະລິດຄືນໃໝ່ ແລະ ບັນດາມາດຕະການຫັນປ່ຽນພະລັງງານມານຳໃຊ້ບັນດາປະເພດເຊື້ອໄຟທີ່ສະອາດກວ່າໃຫ້ມີປະສິດທິຜົນ. ປີ 2019, ERIA ໄດ້ສ້າງຕັ້ງກຸ່ມປະຕິບັດງານກ່ຽວກັບ “ຄວາມຕ້ອງການ ແລະ ຄວາມສາມາດບົ່ມຊ້ອນໃນການສະໜອງພະລັງງານ hyrogen ຢູ່ ອາຊີ ຕາເວັນອອກ” ເພື່ອແນໃສ່ປຶກສາຫາລືກ່ຽວກັບວິທີການຫັນປ່ຽນເປັນ “ສັງຄົມ hyrogen”. ບັນດານັກຄົ້ນຄວ້າສະເໜີເປົ້າໝາຍປະສົມອາຍແກັດ - hyrogen ຢູ່ບັນດາໂຮງງານໄຟຟ້າໃນປັດຈຸບັນ, ເລີ່ມຢູ່ໃນລະດັບ 5% ໃນປີ 2030, ເພີ່ມທະວີບັນດາກາລະໂອກາດປຶກສາຫາລືກ່ຽວກັບການປະກອບສ່ວນຂອງ hyrogen ເຂົ້າໃນວິວັດການແຍກກາກບອນ ກໍຄືບັນດາຂອບເຂດການຮ່ວມມື ເພື່ອແນໃສ່ຊຸກຍູ້ການນຳໃຊ້ແຫຼ່ງເຊື້ອໄຟສະອາດດັ່ງກ່າວ.


ຕອບກັບ

ຂ່າວ/ບົດ​ອື່ນ