ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ

(VOVWORLD) -ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ເລຮ່ວາຍຈູງ ໄດ້ຊົມເຊີຍພັກ BJP ແລະ ລັດຖະບານທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ກ່ຽວກັບບັນດາຜົນງານໃນການຊີ້ນຳນຳພາປະເທດຊາດ
ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ - ảnh 1(ພາບປະກອບ: VGP)

ຕອນບ່າຍວັນທີ 20 ມັງກອນ, ທີ່ການໂອລົມສົນທະນາທາງອອນລາຍກັບທ່ານສາດສະດາຈານ Vijay Chauthaiwale, ຫົວໜ້າຄະນະສາກົນພັກປະຊາຊົນອິນເດຍ (BJP) ແລະ ທ່ານ Ravishandar Prasad, ສະມາຊິກສະພາຕ່ຳ, ພັກ BJP, ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ເລຮ່ວາຍຈູງ ໄດ້ຊົມເຊີຍພັກ BJP ແລະ ລັດຖະບານທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ກ່ຽວກັບບັນດາຜົນງານໃນການຊີ້ນຳນຳພາປະເທດຊາດ, ພິເສດແມ່ນໃນການຮັບມືກັບໂລກລະບາດໂຄວິດ-19 ແລະ ການຟື້ນຟູ, ພັດທະນາເສດຖະກິດ ອິນເດຍ. ສ່ວນບັນດາຜູ້ຕາງໜ້າພັກ BJP ອິນເດຍ ຢືນຢັນ ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືກັບພັກກອມມູນິດ ຫວຽດນາມ. 2 ຝ່າຍໄດ້ແລກປ່ຽນທັດສະນະກ່ຽວກັບບັນດາບັນຫາພາກພື້ນ, ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ແລກປ່ຽນມາດຕະການ, ການກຳນົດທິດເພື່ອຊຸກຍູ້ການພົວພັນລະຫວ່າງ 2 ພັກໃນໄລຍະຈະມາເຖິງ, ປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດໃຫ້ເລິກເຊິ່ງຂຶ້ນຕື່ມ.

ຕອບກັບ

ຂ່າວ/ບົດ​ອື່ນ