ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ການາດາ

(VOVWORLD) -ວັນທີ 23 ເມສາ, ຢູ່ສໍານັກງານ ກະຊວງປ້ອງກັນປະເທດ, ທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Deborah Paul, ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ການາດາ ປະຈໍາ ຫວຽດນາມ ເຂົ້າຢ້ຽມຂໍ່ານັບເນື່ອງໃນໂອກາດມາຮັບໜ້າທີ່ທາງການທູດ ຢູ່ຫວຽດນາມ.
ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ການາດາ - ảnh 1 ທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຕ້ອນຮັບທ່ານນາງ Deborah Paul, ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ການາດາ ປະຈໍາ ຫວຽດນາມ (ພາບ: qdnd.vn)

        ທີ່ການຕ້ອນຮັບ, ທ່ານ ໂງຊວນລິກ ເຊື່ອໝັ້ນວ່າ ໃນອາຍຸການປະຕິບັດງານຂອງຕົນ, ທ່ານນາງ Deborah Paul ຈະ ສ້າງທຸກເງື່ອນໄຂສະດວກ ເພື່ອໃຫ້ການພົວພັນດ້ານປ້ອງກັນຊາດລະຫວ່າງສອງປະເທດ ສືບຕໍ່ພັດທະນາຢ່າງສະດວກ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ການາດາ.

        ສ່ວນທ່ານນາງເອກອັກລັດຖະທູດ ການາດາ ປະຈໍາ ຫວຽດນາມ Deborah Paul ສະແດງຄວາມປາດຖະໜາຢາກໄດ້ຮັບການສະໜັບສະໜູນຈາກ ຫວຽດນາມ ກໍຄືບັນດາປະເທດ ອາຊຽນ ເພື່ອເຂົ້າຮ່ວມບັນດາກອງປະຊຸມລັດຖະມົນຕີປ້ອງກັນຊາດ ບັນດາປະເທດ ອາຊຽນ ເປີດກວ້າງ ໂດຍໄວ; ທ່ານນາງໄດ້ຕີລາຄາສູງບັນດາການເຄື່ອນໄຫວຮັກສາສັນຕິພາບຂອງຫວຽດນາມ ແລະ ສະແດງຄວາມພ້ອມໃນການແບ່ງປັນບົດຮຽນ ກັບ ຫວຽດນາມ ທີ່ເຂົ້າຮ່ວມກໍາລັງຮັກສາສັນຕິພາບ ສປຊ. ໃນຖານະຕໍາແໜ່່ງໃໝ່ຂອງຕົນ, ທ່ານນາງ Deborah Paul ຈະເຮັດຈົນສຸດຄວາມສາມາດ ເພື່ອປະກອບສ່ວນຊຸກຍູ້ການພົວພັນຮ່ວມມືມິດຕະພາບລະຫວ່າງສອງປະເທດ,ໃນນັ້ນມີການພົວພັນດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ - ການາດາ.


ຕອບກັບ

ຂ່າວ/ບົດ​ອື່ນ