ຊຸກ​ຍູ້​ການ​ພົວ​ພັນ​ທາງ​ການ​ຄ້າ ລະ​ຫວ່າງ ຫວຽດ​ນາມ ແລະ ເວ​ເນ​ຊູ​ເອ​ລາ

(VOVWORLD) -ທ່ານ ປະທານ CAVENVIET Oswaldo Hernandez ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະພະຍາຍາມຈົດສຸດຄວາມສາມາດຂອງຕົນ ເພື່ອຫັນບັນດາຂໍ້ສະເໜີຂອງຝ່າຍ ຫວຽດນາມ ເປັນລະອຽດ, ປະກອບສ່ວນຊຸກຍູ້ການຫັນການແລກປ່ຽນສິນຄ້າເປັນຫຼາຍຮູບແບບ, ເພີ່ມທະວີການພົວພັນເສດຖະກິດ ລະຫວ່າງ ຫວຽດນາມ ແລະ ເວເນຊູເອລາ.
ຊຸກ​ຍູ້​ການ​ພົວ​ພັນ​ທາງ​ການ​ຄ້າ ລະ​ຫວ່າງ ຫວຽດ​ນາມ ແລະ ເວ​ເນ​ຊູ​ເອ​ລາ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເວເນຊູເອລາ ເວວຽດຢວຽນ (ພາບ: TTXVN)

ໃນຂອບເຂດບັນດາການເຄື່ອນໄຫວທາງການທູດ ເສດຖະກິດ, ວັນທີ 16 ມິຖຸນາ, ສະຖານທູດ ຫວຽດນາມ ປະຈຳ ເວເນຊູເອລາ ໄດ້ສົມທົບກັບຫ້ອງການການຄ້າ ເວເນຊູເອລາ - ຫວຽດນາມ (CAVENVIET) ຈັດກອງປະຊຸມສຳມະນາທາງອອນລາຍດ້ວຍຫົວຂໍ້ວ່າ “ຊຸກຍູ້ການພົວພັນທາງການຄ້າ B2B ລະຫວ່າງ ຫວຽດນາມ ແລະ ເວເນຊູເອລາ” ເພື່ອແນໃສ່ຍົກສູງການພົວພັນທາງການຄ້າ ລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່, ເຂົ້າສູ່ລວງເລິກແທດຈິງ ແລະ ມີປະສິດທິຜົນກ່ວາ.

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເວເນຊູເອລາ ເວວຽດຢວຽນ ໄດ້ຢັ້ງຢືນວ່າ ການພົວພັນເສດຖະກິດ ແລະ ແລກປ່ຽນການຄ້າ ລະຫ່ວາງ ຫວຽດນາມ ແລະ ເວເນຊູເອລາ ໄດ້ມີການຜັນແປທີ່ຕັ້ງໜ້າຫຼາຍຢ່າງ, ການເພີ່ມທະວີ, ແລກປ່ຽນຂໍ້ມູນຂ່າວສານ ແລະ ບັນດາໂອກາດໃນການພົວພັນການຄ້າ ລະຫວ່າງ ວິສາຫະກິດສອງປະເທດມີຄວາມໝາຍສຳຄັນທີ່ສຸດ, ອັນໄດ້ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ.

ສ່ວນທ່ານ ປະທານ CAVENVIET Oswaldo Hernandez ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະພະຍາຍາມຈົດສຸດຄວາມສາມາດຂອງຕົນ ເພື່ອຫັນບັນດາຂໍ້ສະເໜີຂອງຝ່າຍ ຫວຽດນາມ ເປັນລະອຽດ, ປະກອບສ່ວນຊຸກຍູ້ການຫັນການແລກປ່ຽນສິນຄ້າເປັນຫຼາຍຮູບແບບ, ເພີ່ມທະວີການພົວພັນເສດຖະກິດ ລະຫວ່າງ ຫວຽດນາມ ແລະ ເວເນຊູເອລາ.

ຕອບກັບ

ຂ່າວ/ບົດ​ອື່ນ