ຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍຂົງເຂດ ຫວຽດນາມ - ນິວຢີແລນ

ຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍຂົງເຂດ ຫວຽດນາມ - ນິວຢີແລນ - ảnh 1
ພາບປະກອບ

(vovworld) - ​ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ, ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ນິວຢີ​ແລນ ທ່ານ Jerry Mateparae ​ແລະ ພັນ​ລະ​ຍາຈະ​ຢ້ຽມຢາມທາງ​ລັດຖະ​ກິດ ຫວຽດນາມ​ ​ໃນ​ລະ​ຫວ່າງ​ວັນ​ທີ 3 – 8/8/2013. ນີ້​ແມ່ນ​ການ​ຢ້ຽມຢາມ ຫວຽດນາມ ​ເປັນ​ຄັ້ງ​ທຳ​ອິດ​ຂອງ​ທ່ານ Jerry Mateparae ນັ​ມ​ແຕ່​ໄດ້​ຮັບ​ດຳລົງ​ຕຳ​ແໜ່​ງຜູ້​ມີ​ອຳນາດ​ເຕັມ​ແຫ່ງ ນິວຢີ​ແລນ (8/2011) ​ແລະ ກໍ່​ແມ່ນ​ການ​ຢ້ຽມຢາມ ຫວຽດນາມ ​ເປັນຄັ້ງ​ທີ 2 ຂອງ ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ນິວຢີ​ແລນ ນັບ​ແຕ່​ການ​ຢ້ຽມຢາມ​ຂອງ​ທ່ານ​ນາງ ຜູ້​ມີ​ອຳນາດ​ເຕັມ Silvia Cartwright ​ເມື່ອ​ປີ 2005. ຫວຽດນາມ ​ແລະ ນິວຢີ​ແລນ ມີ​ການ​ພົວພັນ​ມິດຕະພາບ ​ແລະ ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ມາ​ເປັນ​ເວລາ​ເກ​ື​ອບ 40 ປີ. ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ຫວຽດນາມ ​ແລະ ນິວຢີ​ແລນ  ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້​ໄດ້​ຮັບ​ການ​ຍູ້​ແຮງ​ດ້ວຍ​ເລື່ອງ​ແລກປ່ຽນ​ຄະນະ​ຜູ້​ແທນທຸກ​ຂັ້ນ. 2 ຝ່າຍ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​​ກົນ​ໄກ ທາ​ບທາມການ​ເມືອງຢ່າງ​ມີປະສິດທິ​ຜົນ. ການ​ຢ້ຽມຢາມ​ຂອງຜູ້​ມີ​ອຳນາດ​ເຕັມ​ແຫ່ງ ນິວຢີ​ແລນ ທ່ານ Jerry Mateparae ​ເປັນ​ການຢືນຢັນ​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ 2 ຝ່າຍ, ຮ່ວມ​ມື​ຫຼາຍ​ດ້ານ​ກັບ ຫວຽດນາມ ​ພ້ອມ​ທັງ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ບັນຫາ​ສາກົນ, ພາກ​ພື້ນ ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ຂ່າວ/ບົດ​ອື່ນ