ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ
(ພາບ:Internet)
(vovworld)- ຕອນບ່າຍວັນທີ 12/6, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີຮັບຜິດຊອບດ້ານການຄ້າ ແລະ ການລົງທຶນລາຊະອານາຈັກອັງກິດ Stephen Green ຊື່ງພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ ຢືນຢັນວ່າ: “ຫວຽດນາມ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ພ້ອມກັບອັງກິດ ສືບຕໍ່ນຳການພົວພັນຮ່ວມມືລະຫວ່າງສອງປະເທດນັບມື້ນັບເຂົ້າສູ່ລວງເລິກ ແລະ ບັນລຸປະສິດທິຜົນ”. ທ່ານນາຍົກລັດຖະມົນຕີສະເໜີໃຫ້ສອງຝ່າຍຈົ່ງເພີ່ມທະວີການຮ່ວມມືດ້ານເສດຖະກິດ, ສົ່ງເສີມການຄ້າ, ການລົງທຶນກ່ວາອີກ, ນຳວົງເງິນການຄ້າສອງປະເທດບັນລຸຕົວເລກທີ່ໜ້າປະທັບໃຈກ່ວາອີກໃນໄລຍະຈະມາເຖິງ. ທ່ານນາຍົກລັດຖະ ມົນຕີຫວຽດນາມ ຫງວຽນເຕີນຢຸງ ປາດຖະໜາວ່າ ອັງກິດ ຈະເພີ່ມທຶນສຶກສາ, ສ້າງລະບຽບການທີ່ງ່າຍດາຍກ່ວາ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ມີນັກສຶກສາຫວຽດນາມ ໄປຮຽນຢູ່ອັງກິດ ນັບມື້ນັບຫຼາຍກ່ວາອີກ. ສ່ວນທ່ານລັດຖະມົນຕີ Stephen Green ຢືນຢັນວ່າ: ລາຊະອານາຈັກອັງກິດ ຍາມໃດກໍ່ຖືການພັດທະນາການພົວພັນຮ່ວມມືກັບຫວຽດນາມ ເປັນສຳຄັນ, ສືບຕໍ່ສົມທົບຢ່າງແໜ້ນແຟ້ນ ແລະ ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ພ້ອມກັບຫວຽດນາມ ຜັນຂະຫຍາຍບັນດາຂໍ້ຕົກລົງທີ່ການນຳຂັ້ນສູງໄດ້ເປັນເອກະພາບກັນແລ້ວໃຫ້ມີປະສິດທິຜົນ. ທ່ານກໍ່ສະເໜີສອງຝ່າຍຕ້ອງເພີ່ມທະວີການຮ່ວມມືດ້ານການສຶກສາ-ບຳລຸງສ້າງ, ແລກປ່ຽນວັດທະນະທຳ, ປະກອບສ່ວນເພີ່ມທະວີນ້ຳໃຈມິດຕະພາບ, ຄວາມເຂົ້າອົກເຂົ້າໃຈລະຫວ່າງສອງປະເທດ, ສອງຊາດຫວຽດນາມ-ອັງກິດ./.