ຊຸກຍູ້ການສົ່ງອອກ ແລະ ຮັບປະກັນແຫຼງສະໜອງຜະລິດຕະພັນກະເສດໄລຍະທ້າຍປີ

ຊຸກຍູ້ການສົ່ງອອກ ແລະ ຮັບປະກັນແຫຼງສະໜອງຜະລິດຕະພັນກະເສດໄລຍະທ້າຍປີ - ảnh 1
ພາບ​ປະ​ກອບ

(vovworld) – ຍູ້​ແຮງ​ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ, ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ, ບໍ່​ປະ​ໃຫ້​ເກີດ​ສະ​ພາບຂາດ​ແຄນ​ສິນ​ຄ້າ ແລະ ລາ​ຄ​າ​ຜະ​ລິດ​ຕະ​ພັນ​ກະ​ເສດ​ເພີ່ມ​ຂຶ້ນ​ສູງໃນ​ໄລ​ຍະ​ທ້າຍ​ປີ. ນີ້​ແມ່ນ​ຄຳ​ຮຽກ​ຮ້ອງ​ຂອງ​ທ່ານ ເຈ​ີ່ນ​ແທ່ງ​ນາມ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ ແລ​ະ ພັດ​ທະ​ນາ​ຊົນ​ນະ​ບົດ ໃນ​ກອງ​ປະ​ຊຸມ​ຄະ​ນະ​ຊີ້​ນຳ​ຕະຫຼາດ​ກະ​ສິ​ກຳ ແລະ ບັນ​ດາ​ສະ​ຫະ​ສະ​ມາ​ຄົມ​ຂະ​ແໜງ​ສິນ​ຄ້າ​​ທີ່​ດຳ​ເນີນ​ໃນ​ວັນ​ທີ 22/11, ຢູ່​ຮ່າ​ໂນ​້ຍ. ບົດ​ລາຍ​ງານ​ຂອງ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ວົງ​ເງິນ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ, ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ ເດືອນ 10 ບັນ​ລຸກ​່​ວາ 2,7 ຕື້ USD, ຍົກ​ຍອດ​​ມູນ​ຄ່າ​ການ​ສົ່ງ​ອອກ​ໃນ 10 ເດືອນ​ຜ່ານ​ມາ​ຂຶ້ນ​ເກືອບ 26,5 ຕື້ USD, ເພີ່ມ​ຂຶ້ນ 6,3% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2015. ທ່ານ ເຈ​ີ່ນ​ແທ່ງ​ນາມ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ ແລ​ະ ພັດ​ທະ​ນາ​ຊົນ​ນະ​ບົດ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຫົວ​ໜ່ວຍ​ຂຶ້ນ​ກັບ​ກະ​ຊວງ​ຮັບ​ເອົາ​ບັນ​ດາ​​ຄຳ​ເຫັນ​ຂໍ້​ຕິດ​ຂັດຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ກ່ຽວ​ກັບ​ຕະຫຼາດ​ສົ່ງ​ອອກ, ສົ່ງ​ເສີມ​ການ​ຄ​້າ, ພ້ອມ​ທັງ​​ເຜີຍ​ແຜ່​ບັນ​ດາ​ຂໍ້​ກຳ​ນົດ, ຫຼັກ​ການ​ຂອງ​​ຕະຫຼາດ​ແຕ່​ລະແຫ່ງສຳ​ລັບ​ສິນ​ຄ້າ​ແຕ່​ລະ​ປະ​ເພດ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​​ເປັນ​ເຈົ້າ​ການ​ໃນການ​ສົ່ງ​ອອກ, ຮັບ​ປະ​ກັບ​ແຫຼ່ງ​ສະ​ໜອງ​ໃນ​ຊຸມ​ເດືອນ​ທ້າຍ​ປີ ແລະ ໂອ​ກາດ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ. 


ຂ່າວ/ບົດ​ອື່ນ