ຊຸກ​ຍູ້​ການ​ຮ່ວມ​ມືດ້ານ​ເສດ​ຖະ​ກິດລະຫວ່າ​ງ​ບັນ​ດາ​ທ້ອງ​ຖີ່ນ​ຂອງ​ຫວຽດ​ນາມ ແລະ ກາ​ນາ​ດາ

(VOVWORLD) -ທີ່ການເຮັດວຽກ, ລັດຖະມົນຕີສອງທ່ານໄດ້ຢືນຢັນວ່າ ອຳນາດການປົກຄອງແຂວງ British Columbia ປາດຖະໜາຢາກເປີດກ້ວາງການຮ່ວມມືສາກົນ, ໂດຍສະເພາະແມ່ນກັບພາກພື້ນອາຊີ-ປາຊີຟິກ.
ຊຸກ​ຍູ້​ການ​ຮ່ວມ​ມືດ້ານ​ເສດ​ຖະ​ກິດລະຫວ່າ​ງ​ບັນ​ດາ​ທ້ອງ​ຖີ່ນ​ຂອງ​ຫວຽດ​ນາມ ແລະ ກາ​ນາ​ດາ - ảnh 1

(ພາບ: TTXVN)

       ວັນທີ 16 ເມສາ, ທ່ານຫງວຽນກວາງຈຸງ, ຫົວໜ້າກົງສູນໃຫ່ຍຫວຽດນາມ ປະຈຳ ວານໂກເວີ (ການາດາ) ໄດ້ເຮັດວຽກທາງອອນລາຍກັບລັດຖະມົນຕີ 2 ທ່ານ ຮັບຜິດຊອບດ້ານເສດຖະກິດຂອງແຂວງ British Columbia, ນັ້ນແມ່ນທ່ານ Revi Kahlon - ລັດຖະມົນຕີກະຊວງວຽກເຮັດງານທຳ, ຟື້ນຟູເສດຖະກິດ ແລະ ທ່ານ George Chow, ລັດຖະມົນຕີຮັບຜິດຊອບການຄ້າຂອງແຂວງ. ທີ່ການເຮັດວຽກ, ລັດຖະມົນຕີສອງທ່ານໄດ້ຢືນຢັນວ່າ ອຳນາດການປົກຄອງແຂວງ British Columbia ປາດຖະໜາຢາກເປີດກ້ວາງການຮ່ວມມືສາກົນ, ໂດຍສະເພາະແມ່ນກັບພາກພື້ນອາຊີ-ປາຊີຟິກ. ປະຈຸບັນ, ຫວຽດນາມ ໄດ້ຮັບຄວາມຄາດຫວັງວ່າ ຈະແມ່ນຂົວເຊື່ອມຕໍ່ ເພື່ອນຳສິນຄ້າ ແລະ ການບໍລິການຂອງ ການາດາ ສຳຜັດກັບຕະຫຼາດອາຊຽນ. ໃນສະພາບສົນທິສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້້າມປາຊີຟິກ (CPTPP) ພວມເປີດບັນດາໂອກາດໃໝ່, ເຈົ້າໜ້າທີ່ແຂວງ British Columbia ສອງທ່ານ ໄດ້ສະແດງຄວາມສົນໃຈ ຕໍ່ຄວາມສາມາດບົ່ມຊ້ອນກ່ຽວກັບການຮ່ວມມືກັບບັນດາທ້ອງຖິ່ນ, ວິສາຫະກິດຫວຽດນາມ ໃນຂົງເຂດໄມ້ ແລະ ຜະລິດຕະພັນໄມ້, ຖ່ານຫີນ, ສິນໃນນ້ຳ ແລະ ການນຳໃຊ້ເຕັກໂນໂລຊີໃນຂົງເຂດກະສິກຳ.

   ສ່ວນທ່ານຫົວໜ້າກົງສູນໃຫ່ຍ ຫງວຽນກວາງຈຸງ ສະແດງຄວາມເຊື່ອໝັ້ນວ່າ ບັນດາທ້ອງຖິ່ນ, ວິສາຫະກິດຫວຽດນາມ ແລະ ແຂວງ British Columbia ຈະແມ່ນບັນດາຄູ່ຮ່ວມມືທີ່ດີ ໃນສະພາບການສອງປະເທດ ພວມມີພື້ນຖານການພົວພັນດ້ານເສດຖະກິດ, ການເມືອງທີ່ດີງາມ.

ຕອບກັບ

ຂ່າວ/ບົດ​ອື່ນ