ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ນະ​ຄອນ​ໂຮ່​ຈີ​ມິນ ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ​ລາວ

(VOVWORLD) -ວັນທີ 8 ເມສາ, ຢູ່ນະຄອນຫຼວງວຽງຈັນ, ລາວ, ຄະນະຜູ້ແທນນະຄອນໂຮ່ຈີມິນ ໂດຍທ່ານ ຟ້ານວັນມ໊າຍ, ປະທານຄະນະກຳມະການປະຊາຊົນນະຄອນນຳໜ້າ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ, ພົບປະສົນທະນາກັບທ່ານ ອາດສະພັງທອງ  ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ.

ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ນະ​ຄອນ​ໂຮ່​ຈີ​ມິນ ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ​ລາວ - ảnh 1ການເຮັດວຽກລະຫວ່າງສອງຝ່າຍ (ພາບ: TTXVN)

ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ, ທ່ານຟານວັນມ໊າຍ ເນັ້ນໜັກວ່າ ໃນໄລຍະຈະມາເຖິງ, ນະຄອນໂຮ່ຈີມິນ ພ້ອມແລ້ວທີ່ຈະໜູນຊ່ວຍບັນດາທ້ອງຖິ່ນຂອງ ລາວໃນການພັດທະນາ, ທ່ານຫວັງວ່າສອງຝ່າຍຈະສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນເປັນປະຈຳ, ເພີ່ມທະວີບັນດາໂຄງການຮ່ວມມືດ້ານເສດຖະກິດ - ການຄ້າ - ການທ່ອງທ່ຽວ, ພ້ອມກັນຄົ້ນຄ້ວາ, ຊອກຫາມາດຕະການລະອຽດ ເພື່ອແກ້ໄຂຂໍ້ຕິດຂັດ, ຍູ້ແຮງການຜັນຂະຫຍາຍບັນດາລາຍການ, ໂຄງການຮ່ວມມືສຳຄັນເພື່ອແນໃສ່ສ້າງກຳລັງໜູນໃໝ່ຊ່ວຍໃຫ້ການພົວພັນລະຫວ່າງນະຄອນໂຮ່ຈີມິນ ແລະ ລາວນັບມື້ນັບພັດທະນາຢ່າງມີປະສິດທິຜົນ ແລະ ແທດຈິງ.

ທີ່ການພົບປະສົນທະນາ ລະຫວ່າງ ຄະນະຜູ້ແທນຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ແລະ ຄະນະຜູ້ແທນນະຄອນຫຼວງ ວຽງຈັນ, ສອງຝ່າຍໄດ້ເຫັນດີເປັນເອກະພາບວ່າໃນໄລຍະຈະມາເຖິງ, ສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ຍູ້ແຮງການຜັນຂະຫຍາຍບັນດາຄຳໝັ້ນສັນຍາຮ່ວມມື, ເອົາໃຈໃສ່ເປັນພິເສດເຖິງການສ້າງບັນດາໂຄງການເຄື່ອນໄຫວ, ເພີ່ມທະວີການພົວພັນທາງການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາໂຄງການລົງທຶນ, ດຳເນີນທຸລະກິດ ຂອງແຕ່ລະຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ