ຊຸກ​ຍູ້ການ​ຮ່ວມ​ມືລະ​ຫ່ວາງ​ຜູ້​ບັນ​ຊາ​ການກອງ​ທະ​ຫານບົກບັນ​ດາ​ປະ​ເທດ​ອາ​ຊຽນ​​

(VOVWORLD) -ວັນທີ 25 ພະຈິກ, ຢູ່ໃນນະຄອນ Bandung, Java ຕາເວັນຕົກ, ປະເທດອິນໂດເນເຊຍ,ໄດ້ດຳເນີນກອງປະຊຸມຜູ້ບັນຊາການທະຫານບົກບັນດາປະເທດອາຊຽນຄັ້ງທີ 20(ACAMM-20) ດ້ວຍຫົວຂໍ້ “ຊຸກຍູ້ການຮ່ວມມືຂອງກອງທັບມຸ່ງໄປສູ່ອາຊຽນ 2025 - ພ້ອມກັນກ້າວໄປ’’.
ຊຸກ​ຍູ້ການ​ຮ່ວມ​ມືລະ​ຫ່ວາງ​ຜູ້​ບັນ​ຊາ​ການກອງ​ທະ​ຫານບົກບັນ​ດາ​ປະ​ເທດ​ອາ​ຊຽນ​​ - ảnh 1ຜູ້ບັນຊາການກອງທະຫານບົກບັນດາປະເທດອາຊຽນ 

ທີ່ກອງປະຊຸມຄັ້ງນີ້ບັນດາປະເທດມຸ່ງໄປສູ່ການສ້າງຍຸດທະສາດປ້ອງກັນຊາດລະຫວ່າງບັນດາປະເທດອາຊຽນ,ຊີ້ໃຫ້ເຫັນບັນດາໄພນາບຂູ່ແລະສິ່ງທ້າທາຍລວມ,ຈາກນັ້ນເພີ່ມທະວີການຮ່ວມມືດ້ານຄວາມໝັ້ນຄົງລະຫວ່າງບັນດາປະເທດສະມາຊິກ. ຄະນະຜູ້ແທນຂັ້ນສູງກອງທັບປະຊາຊົນຫວຽດນາມນຳໂດຍທ່ານພົນຕີຫງວຽນເຕິນເກຶອງຮອງຫົວໜ້າເສນາທິການໃຫຍ່ເຂົ້າຮ່ວມ.

ກ່າວຄຳປາໄສຢູ່ທີ່ນີ້, ຜູ້ຕາງໜ້າຂອງຫວຽດນາມເນັ້ນໜັກວ່າ ໂດຍແມ່ນສະມາຊິກຂອງອາຊຽນ,ຫວຽດນາມຕັ້ງໜ້າແລະເຂົ້າຮ່ວມຢ່າງມີຄວາມຮັບຜິດຊອບໃນບັນດາຄວາມມານະພະຍາຍາມຂອງພາກພື້ນເພື່ອຮັບມືກັບບັນດາສິ່ງທ້າຫາຍລວມ,ໃນນັ້ນມີການຮ່ວມມືປ້ອງກັນຕ້ານການກໍ່ການຮ້າຍແລະບັນດາການເຄື່ອນໄຫວມະນຸດສະທຳໝູນທາຍຊ່ວຍໄພພິບັດ ໃນປີຮັບດຳລົງຕຳແໜ່ງປະທານອາຊຽນໃນປີ 2020, ຫວຽດນາມຈະສືບຕໍ່ຮ່ວມສຳພັນພາຍໃນກຸ່ມ,ຍົກສູງປະສິດທິຜົນດ້ານປ້ອງກັນຊາດ, ການທະຫານໂດຍອາຊຽນເປັນເຈົ້າພາທາງແລະຍູ້ແຮງການຮ່ວມມືກັບຄູ່ຮ່ວມມືພາຍນອກອາຊຽນ.ທ່ານພົນຕີຫງວຽນເຕິນເກຶອງກໍ່ສະເໜີການເຄື່ອນໄຫວລະຫ່ວາງ ທະຫານບົກບັນດາປະເທດອາຊຽນແນໃສ່ຮ່ວມແຮງຮ່ວມໃຈຮັບມືກັບບັນດາສິ່ງທ້າທາຍລວມຂອງພາກພືນ

ຕອບກັບ

ຂ່າວ/ບົດ​ອື່ນ