ຊຸກຍູ້ການຮ່ວມມືລະຫວ່າງຮ່າໂນ້ຍ - ສິງກະໂປ ຢ່າງຮອບດ້ານ

(VOVWORLD) -ທ່ານເລຂາຄະນະພັກນະຄອນຮ່າໂນ້ຍ ຊີ້ແຈ້ງວ່າ, ອຳນາດການປົກຄອງຂອງນະຄອນພວມຍູ້ໄວຄວາມຄືບໜ້າໃນການສ້າງນະຄອນອັດສະລິຍະ.
ຊຸກຍູ້ການຮ່ວມມືລະຫວ່າງຮ່າໂນ້ຍ - ສິງກະໂປ ຢ່າງຮອບດ້ານ - ảnh 1(ທີ່ການເຮັດວຽກ)

ທີ່ການເຮັດວຽກກັບທ່ານເລຂາຄະນະພັກນະຄອນຮ່າໂນ້ຍ ດິງຕຽນຢຸງ ແລະ ທ່ານລັດຖະມົນຕີການຕ່າງປະເທດສິງກະໂປ Vivian Balakrishnan ໃນຕອນບ່າຍວັນທີ 22 ມິຖຸນາ, ຢູ່ຮ່າໂນ້ຍ, 2 ຝ່າຍໄດ້ແລກປ່ຽນຫຼາຍບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານເລຂາຄະນະພັກນະຄອນຮ່າໂນ້ຍ ຊີ້ແຈ້ງວ່າ, ອຳນາດການປົກຄອງຂອງນະຄອນພວມຍູ້ໄວຄວາມຄືບໜ້າໃນການສ້າງນະຄອນອັດສະລິຍະ. ສະນັ້ນ, ເລື່ອງຍູ້ແຮງການຮ່ວມມືສາກົນເພື່ອຖ່າຍທອດເຕັກໂນໂລຊີ, ບົດຮຽນແມ່ນຈຳເປັນທີ່ສຸດ, ພິເສດແມ່ນສຳລັບສິງກະໂປ.

        ສ່ວນທ່ານລັດຖະມົນຕີການຕ່າງປະເທດສິງກະໂປ ຖືວ່າ, ອະນາຄົດແມ່ນນອນໃນເຕັກໂນໂລຊີດີຈີຕອນ ຈະສ້າງຄວາມຕ້ອງການກ່ຽວກັບບັນດາເຂດຕົວເມືອງຂຽວ, ຍືນຍົງ, ອັດສະລິຍະ, ສະນັ້ນ ຮ່າໂນ້ຍ ແລະ ສິງກະໂປ ສາມາດແບ່ງປັນບົດຮຽນ, ຮຽນຮູ້ເຊິ່ງກັນ ແລະ ກັນໃນບັນຫານີ້.

        ແລະກໍ່ໃນວັນດຽວກັນ, ທ່ານ ເລຮ່ວາຍຈຸງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ, ກໍ່ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດສິງກະໂປ Vivian Balakrishnan , ຫົວໜ້າຄະນະພົວພັນຕ່າງປະເທດຂອງພັກກະທຳປະຊາຊົນສິງກະໂປ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ