ຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ອີຢູ

(VOVWORLD) - ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ASEM 14 ຢູ່ນະຄອນຫລວງ Madrid ຂອງ ແອັດສະປາຍ, ຕອນບ່າຍວັນທີ 15 ທັນວາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ມີການພົບປະກັບທ່ານ Josep Borrell ຜູ້ຕາງໜ້າຂັ້ນສູງກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງສະຫະພາບ ເອີຣົບ (ອີຢູ) ທັງເປັນຮອງປະທານຄະນະກຳມະການ ເອີຣົບ.
ຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ອີຢູ - ảnh 1ທ່ານ Josep Borrell  (ພາບ: AFP/TTXVN)

        ທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືການພົວພັນກັບ ອີຢູ ເປັນສຳຄັນ, ພ້ອມແລ້ວທີ່ຈະແລກປ່ຽນກັບ ອີຢູ ກ່ຽວກັບບັນດາບັນຫາຕ່າງຝ່າຍຕ່າງມີຄວາມສົນໃຈ, ສະເໜີ ອີຢູ ຊຸກຍູ້ລັດຖະສະພາ ເອີຣົບ ໃຫ້ສັດຕະຍາບັນສັນຍາການຄ້າເສລີລະຫວ່າງ ຫວຽດນາມ - ອີຢູ (EVFTA) ແລະ ສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ (EVIPA) ໂດຍໄວ ເພື່ອສ້າງເງື່ອນໄຂ ແລະ ນຳມາເຊິ່ງຜົນປະໂຫຍດໃຫ້ວິສາຫະກິດ ແລະ ປະຊາຊົນ 2 ຝ່າຍ.

        ສ່ວນທ່ານ  Josep Borrell ຖືວ່າ: 2 ຝ່າຍມີຄວາມສາມາດບົ່ມຊ້ອນຫລາຍຢ່າງ ເພື່ອພັດທະນາການພົວພັນຫລາຍດ້ານໃນບັນດາຂົງເຂດຄື: ການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທຳ, ສົມທົບກັນເຂົ້າຮ່ວມບັນດາການເຄື່ອນໄຫວປົກປັກຮັກສາສັນຕິພາບ.

        ເມື່ອແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ, 2 ຝ່າຍໄດ້ເນັ້ນໜັກວ່າ ຄວນຮັກສາສັນຕິພາບ, ສະຖຽນລະພາບ ແລະ ເຄົາລົບກົດໝາຍ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ