ຊຸກຍູ້ການຮ່ວມມືໃນຂົງເຂດພາຍໃນລະຫວ່າງ ຫວຽດນາມ ແລະ ລາວ

(VOVWORLD) - ໃນໄລຍະຜ່ານມາ, ສອງກະຊວງໄດ້ຮ່ວມມືຢ່າງແໜ້ນແຟ້ນ, ດ້ວຍບັນດາການເຄື່ອນໄຫວແທດຈິງ ແລະ ມີປະສິດທິຜົນ, ບັນລຸໄດ້ໝາກຜົນຫຼາຍຢ່າງ.
ຊຸກຍູ້ການຮ່ວມມືໃນຂົງເຂດພາຍໃນລະຫວ່າງ ຫວຽດນາມ ແລະ ລາວ - ảnh 1ສອງຝ່າຍໄດ້ເຊັນ MOU ໄລຍະ 2023 - 2023
(ພາບ:VOV)

ຕອນເຊົ້າວັນທີ 23 ພຶດສະພາ, ທີ່ການຕ້ອນຮັບ ແລະ ເຮັດວຽກກັບຄະນະຜູ້ແທນກະຊວງພາຍໃນ ລາວ ໂດຍທ່ານລັດຖະມົນຕີກະຊວງພາຍໃນ ທອງຈັນ ມະນີໄຊ ນຳໜ້າ, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານນາງລັດຖະມົນຕີກະຊວງພາຍໃນ ຫວຽດນາມ ຟ້າມທິແທັງຈ່າ ໃຫ້ຮູ້ວ່າ: ໂດຍຮັບຮູ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອງດ້ານລະຫວ່າງ ຫວຽດນາມ - ລາວ, ລາວ - ຫວຽດນາມ ຢ່າງເລິກເຊິ່ງ, ໃນໄລຍະຜ່ານມາ, ສອງກະຊວງໄດ້ຮ່ວມມືຢ່າງແໜ້ນແຟ້ນ, ດ້ວຍບັນດາການເຄື່ອນໄຫວແທດຈິງ ແລະ ມີປະສິດທິຜົນ, ບັນລຸໄດ້ໝາກຜົນຫຼາຍຢ່າງ.

        ສອງຝ່າຍເຫັນດີເປັນເອກະພາບນຳການຮ່ວມມືຂອງສອງກະຊວງ ກ້າວເຂົ້າສູ່ລວງເລິກ, ມີປະສິດທິຜົນກ່ວາອີກ ໃນໄລຍະ 2023 – 2026. ໃນນັ້ນ, ພັດປ່ຽນກັນຈັດການແລກປ່ຽນຄະນະຜູ້ແທນຂັ້ນສູງຂອງ 2 ກະຊວງ ແລະ ການນຳບັນດາຫົວໜ່ວຍຂຶ້ນກັບສອງກະຊວງ ຕິດພັນກັບການຕີລາຄາໝາກຜົນແຫ່ງການຮ່ວມມືປະຈຳປີ; ຈັດຕັ້ງບັນດາຊຸດຝຶກອົບຮົມໄລຍະສັ້ນໃນຂົງເຂດພາຍໃນ, ສືບຕໍ່ບຳລຸງສ້າງນັກສຶກສາລາວ ໃນຂົງເຂດ ປົກຄອງສາທາລະນະ, ຄຸ້ມຄອງສາທາລະນະ; ເພີ່ມທະວີການແລກປ່ຽນ, ແບ່ງປັນບົດຮຽນ, ໜູນຊ່ວຍໂດຍກົງໃນແຕ່ລະຂົງເຂດທີ່ຕ່າງຝ່າຍຕ່າງມີທ່າແຮງ; ພ້ອມກັນສົມທົບກັນສະເໜີ ຄະນະກຳມະການຮ່ວມມື ລາວ - ຫວຽດນາມ, ຫວຽດນາມ -ລາວ  ແລະ ລັດຖະບານສອງປະເທດ ກ່ຽວກັບໂຄງການຫັນເປັນດີຈີຕອນຂອງກະຊວງພາຍໃນລາວ.

ຕອບກັບ

ຂ່າວ/ບົດ​ອື່ນ