ຊຸກ​ຍູ້​ວິ​ສາ​ຫະ​ກິດ ໜູ​ນ​ຊ່ວຍ​ຄົ​ນ​ພິ​ການເຊື່ອມ​ຕົວ​ເຂົ້າ​ກັບ​ສັງ​ຄົມ​ຢູ່​ບັນ​ດາ​ປະ​ເທດ ອາ​ຊຽນ

(VOVWORLD) -  ຕອນເຊົ້າວັນທີ 22 ຕຸລາ, ໄດ້ດຳເນີນກອງປະຊຸມທາງອອນລາຍຄັ້ງທີ 4 ຂອງເຄືອຂ່າຍບັນດານັກຊ່ຽວຊານ ກ່ຽວກັບເລື່ອງວິສາຫະກິດໜູນຊ່ວຍຄົນພິການເຊື່ອມຕົວເຂົ້າກັບສັງຄົມ ຢູ່ບັນດາປະເທດອາຊຽນ ດ້ວຍການເຂົ້າຮ່ວມຂອງ 10 ປະເທດ ສະມາຊິກ ອາຊຽນ, ຄະນະເລຂາອາຊຽນ, ບັນດາຄູ່ຮ່ວມມື ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ. ກອງປະຊຸມໂດຍກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມເປັນປະທານ ຈັດຂຶ້ນຢູ່ ສະຖານທີ່ເຊື່ອມຕໍ່ຮ່າໂນ້ຍ.
ຊຸກ​ຍູ້​ວິ​ສາ​ຫະ​ກິດ ໜູ​ນ​ຊ່ວຍ​ຄົ​ນ​ພິ​ການເຊື່ອມ​ຕົວ​ເຂົ້າ​ກັບ​ສັງ​ຄົມ​ຢູ່​ບັນ​ດາ​ປະ​ເທດ ອາ​ຊຽນ - ảnh 1ທ່ານ ຫງວຽນວັນໂຮ່ຍ, ຫົວໜ້າກົມອຸປະກາລະສັງຄົມ (ພາບ: baodansinh.vn

ນີ້ແມ່ນການເຄື່ອນໄຫວຂຶ້ນກັບແຜນຍຸດທະສາດ ອາຊຽນກ່ຽວກັບສະຫວັດດີການສັງຄົມ ແລະ ການພັດທະນາ ເຊິ່ງ ຫວຽດນາມ ເປັນປະທານເຄືອຂ່າຍບັນດານັກຊ່ຽວຊານກ່ຽວກັບເລື່ອງ ວິສາຫະກິດໜູນຊ່ວຍຄົນພິການເຊື່ອມຕົວເຂົ້າກັບສັງຄົມ ໄລຍະ 2020 – 2021.

        ດ້ວຍຫົວຂໍ້ “ຊຸກຍູ້ວິສາຫະກິດ ໜູນຊ່ວຍຄົນພິການເຊື່ອມຕົວເຂົ້າກັບສັງຄົມມຸ່ງໄປສູ່ປະຊາຄົມອາຊຽນທີ່ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”. ຫວຽດນາມຫວັງວ່າ ຈະພ້ອມກັບບັນດາປະເທດສະມາຊິກສືບຕໍ່ມີບັນດາການກະທຳລະອຽດເພື່ອແນໃສ່ໜູນຊ່ວຍຄົນພິການເຊື່ອມຕົວເຂົ້າກັບສັງຄົມ ຢ່າງມີປະສິດທິຜົນ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນວັນໂຮ່ຍ, ຫົວໜ້າກົມອຸປະກາລະສັງຄົມ (ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ) ໃຫ້ຮູ້ວ່າ:  

ທຸກໆປະເທດອາຊຽນ ລ້ວນແຕ່ມີຄວາມປາດຖະໜາຢາກໃຫ້ບັນດາວິສາຫະກິດມີຄວາມຮັບຜິດຊອບຕໍ່ຄົນພິການ. ນີ້ກໍ່ແມ່ນກາລະໂອກາດເພື່ອໃຫ້ບັນດາວິສາຫະກິດເພີ່ມຄຸນຄ່າຂອງຕົນສຳລັບປະຊາຄົມ, ພິເສດແມ່ນສຳລັບບັນດາເປົ້າໝາຍທີ່ມີຄວາມສ່ຽງສູງກ່ວາໝູ່.

ຕອບກັບ

ຂ່າວ/ບົດ​ອື່ນ