ຊຸກ​ຍູ​້​ວຽກ​ງານ​ສັງ​ຄົມ ມຸ່ງ​ໄປ​ເຖິ​ງ​ການ​ສ້າງ​ປະ​ຊາ​ຄົມ ອາ​ຊຽນ ສະ​ໜິດ​ຕິ​ດ​ພັນ ແລະ ເປັນ​ເຈົ້າ​ການ​ຮັບ​ມື

(VOVWORLD) -ຖະແຫຼງການ ຮ່າໂນ້ຍ ກ່ຽວກັບການ “ຊຸກຍູ້ວຽກງານສັງຄົມ ມຸ່ງໄປເຖິງການສ້າງປະຊາຄົມ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ທີ່ໄດ້ຮັບການຮັບຮອງເອົາໃນກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 3 ນັ້ນ ໄດ້ຢັ້ງຢືນໃຫ້ເຫັນຄຳໝັ້ນສັນຍາຂອງ ອາຊຽນ ໃນການຊຸກຍູ້ວຽກງານສັງຄົມ ແລະ ເພີ່ມທະວີບົດບາດຂອງວຽກງານສັງຄົມໃນປະຊາຄົມ ອາຊຽນ.
ຊຸກ​ຍູ​້​ວຽກ​ງານ​ສັງ​ຄົມ ມຸ່ງ​ໄປ​ເຖິ​ງ​ການ​ສ້າງ​ປະ​ຊາ​ຄົມ ອາ​ຊຽນ ສະ​ໜິດ​ຕິ​ດ​ພັນ ແລະ ເປັນ​ເຈົ້າ​ການ​ຮັບ​ມື - ảnh 1 ກອງປະຊຸມຖືກຈັດຂຶ້ນທາງອອນລາຍ (ພາບ: TTXVN)

ກ່າວຄຳເຫັນໄຂກອງປະຊຸມ ເລີ່ມເຄື່ອນໄຫວ ແຜນການປະຕິບັດຖະແຫຼງການ ຮ່າໂນ້ຍ ກ່ຽວກັບການ “ຊຸກຍູ້ວຽກງານສັງຄົມ ມຸ່ງໄປເຖິງການສ້າງປະຊາຄົມ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ທີ່ຖືກຈັ້ນຂຶ້ນຜ່ານທາງອອນລາຍ ໃນຕອນບ່າຍວັນທີ 25 ມີນາ, ທ່ານ ເລເຕິ໊ນຢຸງ, ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໃຫ້ຮູ້ວ່າ: ຖະແຫຼງການ ຮ່າໂນ້ຍ ກ່ຽວກັບການ “ຊຸກຍູ້ວຽກງານສັງຄົມ ມຸ່ງໄປເຖິງການສ້າງປະຊາຄົມ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ທີ່ໄດ້ຮັບການຮັບຮອງເອົາໃນກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 3 ນັ້ນ ໄດ້ຢັ້ງຢືນໃຫ້ເຫັນຄຳໝັ້ນສັນຍາຂອງ ອາຊຽນ ໃນການຊຸກຍູ້ວຽກງານສັງຄົມ ແລະ ເພີ່ມທະວີບົດບາດຂອງວຽກງານສັງຄົມໃນປະຊາຄົມ ອາຊຽນ, ປະກອບສ່ວນຍົກສູງກຳລັງຄວາມສາມາດຂອງຖັນແຖວພະນັກງານຮັບຜິດຊອບວຽກງານສັງຄົມ ແລະ ຊ່ວຍໃຫ້ກຸ່ມຄົນທີ່ມີຄວາມສ່ຽງ ເຊື່ອມຕົວເຂົ້າກັບສັງຄົມໄດ້ເປັນຢ່າງດີກວ່າ. ໂດຍສືບຕໍ່ບັນດາບຸລິມະສິດ ທີ່ໄດ້ວາງອອກໃນປີ 2020, ຫວຽດນາມ ພ້ອມກັບບັນດາປະເທດ ອາຊຽນ ສ້າງແຜນການ ແລະ ປະຕິບັດຖະແຫຼງການ ເພື່ອຍື່ນສະເໜີຕໍ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 38, ໃນນັ້ນ ເອົາໃຈໃສ່ເປັນພິເສດເຖິງເລື່ອງເອົາ ແຜນການປະຕິບັດຖະແຫຼງການ ຮ່າໂນ້ຍ ປະຕິບັດພ້ອມກັບບັນດາແຜນການກະທຳຂອງບັນດາອົງການວິຊາສະເພາະທີ່ກ່ຽວຂ້ອງເຖິງບັນຫາສະຫວັດດີການສັງຄົມ ແລະ ການພັດທະນາ ເປັນຕົ້ນແມ່ນ: ດ້ານສາທາລະນະສຸກ, ການສຶກສາ ແລະ ແຮງງານ. 

ຕອບກັບ

ຂ່າວ/ບົດ​ອື່ນ