ຊະ​ນະ ມາ​ເລ​ເຊຍ 1 – 0, U23 ຫວຽດ​ນາມ ເຂົ້າ​ ແຂ່ງ​ຂັນ​ຮອບ​ຊີງ​ຊະ​ນະ​ເລີດ ບານ​ເຕະ ຊາຍ SEA Games 31

(VOVWORLD) - ຕອນຄ່ຳວັນທີ 19 ພຶດສະພາ, ຢູ່ສະໜາມກິລາ ຫວຽດຈີ (ຝູເທາະ), ໄດ້ດຳເນີນນັດແຂ່ງຂັນຮອບຮອງຊະນະເລີດ ບານເຕະຊາຍ ລະຫວ່າງ U23 ຫຽດນາມ ແລະ U23 ມາເລເຊຍ.
ຊະ​ນະ ມາ​ເລ​ເຊຍ 1 – 0, U23 ຫວຽດ​ນາມ ເຂົ້າ​ ແຂ່ງ​ຂັນ​ຮອບ​ຊີງ​ຊະ​ນະ​ເລີດ ບານ​ເຕະ ຊາຍ SEA Games 31 - ảnh 1ພາບປະກອບ:  baochinhphu.vn

ກ່າວຄຳເຫັນພາຍຫຼັງການແຂ່ງຂັນ, ທ່ານ Park Hang - seo  ຄູຝຶກ U23 ຫວຽດນາມ ເນັ້ນໜັກວ່າ: ໄຊຊະນະຂອງ  U23 ຫວຽດນາມ ແມ່ນຂອງຂວັນພິເສດ ເພື່ອສະເຫຼີມສະຫຼອງ 132 ປີ ແຫ່ງວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ (19 ພຶດສະພາ 1890 – 19 ພຶດສະພາ 2022) ແລະ ແຟນບານ, ປະຊາຊົນ ຫວຽດນາມ. ທ່ານກໍ່ໄດ້ສົ່ງຄຳຂອບອົກຂອບໃຈຕໍ່ນ້ຳໃຈແຂ່ງຂັນຂອງ ທິມ U23 ຫວຽດນາມ ແລະ ຜູ້ຊົມຜູ້ເຊຍ ຢູ່ແຂວງ ຝູເທາະ.

        ນັດແຂ່ງຂັນຊີງຊະນະເລີດ ກິລາບານເຕະຊາຍ ລະຫວ່າງ U23 ຫວຽດນາມ ແລະ U23 ໄທ ຈະດຳເນີນໃນຕອນຄ່ຳວັນທີ 22 ພຶດສະພາ ຢູ່ສະໜາມກິລາແຫ່ງຊາດ ມີດິ່ງ, ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ