ຊາວ ມຸດ​ສະ​ລິມ ອິ​ນ​ໂດ​ເນ​ເຊຍ ແລະ ມາ​ເລ​ເຊຍ ກ້າວ​ເຂົ້າ​ສູ່​ເດືອນກິນ​ເຈ Ramadan

(VOVWORLD) -ຊາວ ມຸດສະລິມ ອິນໂດເນເຊຍ ນັບລ້ານຄົນ ຈະເລີ່ມປະຕິບັດພິທີສວດມົນພາວະນາ Tarawih ໃນຕອນຄ່ຳວັນທີ 22 ມີນາ, ເຊິ່ງເປັນຈຸດເວລາກ້າວເຂົ້າສູ່ເດືອນ Ramadan.
ຊາວ ມຸດ​ສະ​ລິມ ອິ​ນ​ໂດ​ເນ​ເຊຍ ແລະ ມາ​ເລ​ເຊຍ ກ້າວ​ເຂົ້າ​ສູ່​ເດືອນກິນ​ເຈ Ramadan - ảnh 1ຊາວມຸດສະລິມ ອິນໂດເນເຊຍ ເຂົ້າຮ່ວມພິທີກຳເພື່ອກະກຽມໃຫ້ແກ່ເດືອນ Ramadan (ພາບ: THX/TTXVN)

ລັດຖະບານ ອິນໂດເນເຊຍ ແລະ ລາດຊະວົງ ມາເລເຊຍ ໄດ້ກຳນົດເວລາເລີ່ມປະຕິບັດເດືອນກິນເຈ Ramadan ຂອງປີ 2023 ຢ່າງເປັນທາງການ. ວັນທີ 22 ມີນາ, ທ່ານລັດຖະມົນຕີກະຊວງສາສະໜາ ອິນໂດເນເຊຍ Yaqut Cholil Qoumas ໃຫ້ຮູ້ວ່າ ການຕົກລົງດັ່ງກ່າວກໍໝາຍຄວາມວ່າ ຊາວ ມຸດສະລິມ ອິນໂດເນເຊຍ ນັບລ້ານຄົນ ຈະເລີ່ມປະຕິບັດພິທີສວດມົນພາວະນາ Tarawih ໃນຕອນຄ່ຳວັນທີ 22 ມີນາ, ເຊິ່ງເປັນຈຸດເວລາກ້າວເຂົ້າສູ່ເດືອນ Ramadan.

        ຢູ່ ມາເລເຊຍ, ທ່ານ Syed Danial Syed Ahmad ເລຂາສະພາການນຳລັດ ມາເລເຊຍ ໃຫ້ຮູ້ວ່າ ປະເທດນີ້ຈະເລີ່ມປະຕິບັດເດືອນກິນເຈ Ramadan ໃນວັນທີ 23 ມີນາ.

        Ramadan ແມ່ນໜຶ່ງໃນ 5 ພິທີກຳບັງຄັບສຳລັບຊາວມຸດສະລິມ. ໃນຕະຫຼອດໄລຍະປະຕິບັດເດືອນ Ramadan, ຊາວ ມຸດສະລິມ ຕ້ອງປະຕິບັດຂໍ້ກຳນົດ ບໍ່ຮັບປະທານອາຫານ, ບໍ່ດື່ມນ້ຳ, ບໍ່ສູບຢາ, ໝາຍຄວາມວ່າຈະບໍ່ໄດ້ເອົາຫຍັງເຂົ້າປາກ ນັບແຕ່ເວລາຕາເວັນຂຶ້ນ ຈົນຮອດເມື່ອຕາເວັນຕົກດິນ.

ຕອບກັບ

ຂ່າວ/ບົດ​ອື່ນ