ຊາວ ຫວຽດນາມ ຢູ່ຫລາຍປະເທດໃນໂລກຈັດວັນບຸນໄຫວ້ບູຊາເຈົ້າຊີວິດຮຸ່ງ

(VOVWORLD) - ເນື່ອງໃນໂອກາດວັນບຸນໄຫວ້ບູຊາເຈົ້າຊີວິດຮຸ່ງ 10/03 ໄລ່ຕາມຈັນທະປະຕິທິນ, ສະມາຄົມຕິດຕໍ່ພົວພັນກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ຄະນະຂົນຂວາຍໂຄງການວັນບຸນໄຫວ້ບູຊາເຈົ້າຊີວິດຮຸ່ງ ຫວຽດນາມ ໃນທົ່ວໂລກ

ໄດ້ສົມທົບກັບບັນດາສະມາຄົມ, ຄະນະ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ສະຖານທູດ ຫວຽດນາມ ປະຈຳ ລາວ, ໄທ, ຍີ່ປຸ່ນ, ການາດາ, ໂປໂລຍ, ຈັດຕັ້ງ “ວັນບຸນໄຫວ້ບູຊາເຈົ້າຊີວິດຮຸ່ງ ຫວຽດນາມ ທົ່ວໂລກຄັ້ງທີ 2 ປີ 2019”. ນີ້ແມ່ນໜຶ່ງໃນບັນດາລາຍການວັດທະນະທຳຂອງປະຊາຄົມຊາວ ຫວຽດນາມ ທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ຕ່າງປະເທດ ເພື່ອສະແດງຄວາມເຄົາລົບນັບຖືຕໍ່ບັນພະບູລຸດບ້ານເກີດເມືອງນອນ.

        ປີນີ້, ວັນບຸນໄຫວ້ບູຊາເຈົ້າຊີວິດຮຸ່ງ ຫວຽດນາມ ທົ່ວໂລກຄັ້ງທີ 2 ປີ 2019 ຈະໄດ້ຈັດຂຶ້ນຢູ່ສະມາຄົມໃຫຍ່ຊາວ ຫວຽດນາມ ອາໄສຢູ່ ລາວ ໃນວັນທີ 05 ເມສາ;  ຢູ່ແຂວງ ອຸດອນທານີ, ໄທ ແມ່ນວັນທີ 07 ເມສາ; ຢູ່ ໂອຊາກາ, ຍີ່ປຸ່ນ ໃນວັນທີ 14 ເມສາ; ຢູ່ ໂຕໂຣນໂຕ, ການາດາ ແມ່ນວັນທີ 30 ເມສາ; ຢູ່ ໂປໂລຍ ແມ່ນວັນທີ 14 ເມສາ.  

 

ຕອບກັບ

ຂ່າວ/ບົດ​ອື່ນ