ຊາວ ຫວຽດນາມ ອາໄສຢູ່ ບຣູໄນ ແລະ ກຳປູເຈຍ ບໍລິຈາກເງິນສະໜັບສະໜູນພໍ່ແມ່ປະຊາຊົນຢູ່ພາກກາງ ຫວຽດນາມ

(VOVWORLD) - ບັນດາອົງການຈັດຕັ້ງ, ວິສາຫະກິດ ແລະ ຊາວ ຫວຽດນາມ ອາໄສຢູ່ ບຣູໄນ ຍົກສູງຈິດໃຈຄວາມຮັບຜິດຊອບ, ພ້ອມກັນຮ່ວມແຮງຮ່ວມໃຈປະຕິບັດບັນດາການກະທຳລະອຽດ ເພື່ອແບ່ງປັນ, ສະໜັບສະໜູນພໍ່ແມ່ປະຊາຊົນຢູ່ພາກກາງ ຫວຽດນາມ 
ຊາວ ຫວຽດນາມ ອາໄສຢູ່ ບຣູໄນ ແລະ ກຳປູເຈຍ ບໍລິຈາກເງິນສະໜັບສະໜູນພໍ່ແມ່ປະຊາຊົນຢູ່ພາກກາງ ຫວຽດນາມ - ảnh 1 ທ່ານ ເຈິ່ນວັນຄວາ ຮຽກຮ້ອງໃຫ້ຊາວ ຫວຽດນາມ ອາໄສຢູ່ ບຣູໄນ ບໍລິຈາກເງິນສະໜັບສະໜູນພໍ່ແມ່ປະຊາຊົນຢູ່ພາກກາງ ຫວຽດນາມ (ພາບ: TTXVN)

  ວັນທີ 22 ຕຸລາ, ສະຖານທູດ ຫວຽດນາມ ປະຈຳ ບຣູໄນ ໄດ້ຈັດຕັ້ງພິທີປຸກລະດົມການບໍລິຈາກສະໜັບສະໜູນພໍ່ແມ່ປະຊາຊົນຢູ່ພາກກາງ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫລັງຢ່າງຮ້າຍແຮງຍ້ອນຝົນຕົກໜັກ, ນ້ຳຖ້ວມ. ທ່ານ ເຈິ່ນວັນຄວາ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ບຣູໄນ ໄດ້ຮຽກຮ້ອງໃຫ້ບັນດາອົງການຈັດຕັ້ງ, ວິສາຫະກິດ ແລະ ຊາວ ຫວຽດນາມ ອາໄສຢູ່ ບຣູໄນ ຍົກສູງຈິດໃຈຄວາມຮັບຜິດຊອບ, ພ້ອມກັນຮ່ວມແຮງຮ່ວມໃຈປະຕິບັດບັນດາການກະທຳລະອຽດ ເພື່ອແບ່ງປັນ, ສະໜັບສະໜູນພໍ່ແມ່ປະຊາຊົນຢູ່ພາກກາງ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫລັງຈາກໄພທຳມະຊາດ ແລະ ສ້າງຊີວິດການເປັນຢູ່ໃຫ້ເປັນປົກກະຕິໂດຍໄວ.

        ຢູ່ ກຳປູເຈຍ, ຕອນບ່າຍວັນທີ 21 ຕຸລາ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳແຂວງ Preah Sihanouk ກໍ່ຈັດຕັ້ງການບໍລິຈາກສະໜັບສະໜູນພໍ່ແມ່ປະຊາຊົນຢູ່ພາກກາງ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫລັງຈາກຝົນຕົກໜັກ, ນ້ຳຖ້ວມປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ