ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຕ້ອນຮັບບຸນເຕັດ

(VOVWORLD) - ຕອນຄ່ຳວັນທີ 17 ມັງກອນ, ທີ່ນະຄອນຫລວງ ພະນົມເປັນ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen ໄດ້ເຂົ້າຮ່ວມພິທີຕ້ອນຮັບບຸນເຕັດປະຈຳຊາດ 2020 ກັບປະຊາຄົມຊາວ ຫວຽດນາມ ແລະ ວິສາຫະກິດ ຫວຽດນາມ ຢູ່ ກຳປູເຈຍ.
ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຕ້ອນຮັບບຸນເຕັດ - ảnh 1 ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen

        ກ່າວຄຳເຫັນທີ່ເຫດການ, ທ່ານນາຍົກລັດຖະມົນຕີ Hun Sen ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ບັນດາຜົນງານການພັດທະນາຂອງ ຫວຽດນາມ ທີ່ບັນລຸໄດ້ໃນປີຜ່ານມາ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ ຖືວ່າ: ສິ່ງນີ້ກໍ່ນຳມາເຊິ່ງຜົນປະໂຫຍດລວມໃຫ້ແກ່ບັນດາປະເທດບ້ານໃກ້ເຮືອນຄຽງ, ໃນນັ້ນ ມີກຳປູເຈຍ ໂດຍຜ່ານທາງການຄ້າ, ການລົງທຶນ, ການທ່ອງທ່ຽວ.

        ແລະກໍ່ໃນຕອນຄ່ຳວັນທີ 17 ມັງກອນ, ທີ່ Praha, ສະມາຄົມຊາວ ຫວຽດນາມ ອາໄສຢູ່ ເຊັກໂກ ກໍ່ໄດ້ສົມທົບກັບສູນການຄ້າ ຊາປາ ຈັດຕັ້ງລາຍການຕ້ອນຮັບບຸນປີໃໝ່ປະຈຳຊາດ - ປີຊວດ 2020 ໃຫ້ແກ່ປະຊາຄົມຊາວ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ