
ພາບປະກອບ
|
(vovworld) - ນັບແຕ່ວັນທີ 2 – 10 ເດືອນຈຽງ, ຢູ່ປາກທະເລ ຕາມກວານ, ເມືອງ ຮ່ວາຍເຍີນ, ແຂວງ ບິ່ງດິ້ງ ໄດ້ຮັບກຳ່ປັ່ນຫາປາເຂົ້າທຽບທ່າ ກວ່າ 50 ລຳ, ດ້ວຍປະລິມານປາຂຸດຄົ້ນສະເລ່ຍໄດ້ແມ່ນແຕ່ 2 – 2,5 ໂຕນ/ລຳໜຶ່ງ, ມີບາງກຳ່ປັ່ນຫາປາໄດ້ກວ່າ 4 ໂຕນ. ທ່ານ ຫວໍວັນກວົກ, ຊາວປະມົງຢູ່ບ້ານ ທ້ຽນແຈ໋ງ 2, ຕາແສງ ຕາມກວານເໜືອ, ໃຫ້ຮູ້ວ່າ:
“ເຖິງວ່າການຫາປາຢູ່ທະເລໃນຄັ້ງນີ້ປະສົບຟອງໃຫຍ່ລົມແຮງກໍ່ຕາມ, ແຕ່ປະລິມານປາທີ່ຫາໄດ້ພັດຫຼາຍ, ກຳ່ປັ່ນຂອງຂ້າພະເຈົ້າຫາປາທູນາໄດ້ 45 ໂຕ, ໜັກສອງສາມໂຕນ. ບັນດາກະລາສີໃນເຮືອຜູ້ລະໄດ້ຮັບເງິນສະເລ່ຍແມ່ນ 10 ລ້ານດົ່ງ“.
ໃນຊຸ່ມມື້ບຸນເຕັດ, ເມືອງ ຮ່ວາຍເຍີນ, ແຂວງ ບິ່ງດິ້ງ ມີກຳປັ່ນ ແລະ ເຮືອຫາປາກວ່າ 340 ລຳ, ດ້ວຍແຮງງານ 2.300 ຄົນໄດ້ໄປຫາປາຢູ່ທະເລ. ກຳ່ປັ່ນເກືອບທັງໝົດລ້ວນແຕ່ຫາປາໄດ້ຫຼາຍ. ປະຈຸບັນ, ຄະນະກຳມະການປະຊາຊົນເມືອງ ຮ່ວາຍເຍີນ ພວມສືບຕໍ່ຊີ້ນຳບັນດານັກປະມູນຂູດກ້ຽງປາກທະເລ, ສ້າງເງື່ອນໄຂໃຫ້ກຳ່ປັນ, ເຮືອເຂົ້າອອກທະເລ. ທ່ານ ກາວແທງເລືອງ, ປະທານຄະນະກຳມະການເມືອງ ຮ່ວາຍເຍີນ, ແຂວງ ບິ່ງດິ້ງ, ໃຫ້ຮູ້ວ່າ:
“ປີ 2017, ເມືອງສຸມໃສ່ພັດທະນາຄວາມສາມາດບົ່ມຊ້ອນ, ທ່າສະດວກທາງດ້ານເສດຖະກິດທະເລ. ໃນນັ້ນສຸມໃສ່ລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ກໍ່ສ້າງເສັ້ນທາງຈາກທາງຫຼວງເລກ 1 ເກົ່າໄປຍັງຂົວຍາວ, ດ້ວຍຈຳນສນທຶນ 90 ຕື້ດົ່ງ. ນີ້ແມ່ນເສັ້ນທາງຍຸດທະສາດເພື່ອພັດທະນາເສດຖະກິດທະເລໃນອະນາຄົດ. ທີສອງແມ່ນກໍ່ສ້າງທ່າປາຢູ່ລຽບຕາມແມ່ນ້ຳ ທ້ຽນແຈ໋ງ ເພື່ອເປີດກວ້າງເຂດໃຫ້ກຳ່ປັ່ນຫຼີກເວັ້ນພາຍຸອີກດ້ວຍ.“