ຊາວຫວຽດນາມ ອາໄສຢູ່ລາວ ຄົນທຳອິດເສຍຊີວິດຍ້ອນຕິດເຊື້ອພະຍາດໂຄວິດ-19

(VOVWORLD) -ນີ້ກໍ່ແມ່ນຜູ້ຕິດເຊື້ອພະຍາດໂຄວິດ-19 ຄົນທຳອິດເສຍຊີວິດຢູ່ລາວ.

ຕອນເຊົ້າວັນທີ 09 ພຶດສະພາ, ສະຖານທູດຫວຽດນາມ ປະຈຳລາວ ແລະ ສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງ ວຽງຈັນ ໄດ້ຢັ້ງຢືນວ່າ, ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເຊິ່ງແມ່ນຊາວຫວຽນາມ ເສຍຊີວິດ ພາຍຫຼັງໄດ້ຮັບການປິ່ນປົ່ວເປັນເວລາ 1 ອາທິດ. ນີ້ກໍ່ແມ່ນຜູ້ຕິດເຊື້ອພະຍາດໂຄວິດ-19 ຄົນທຳອິດເສຍຊີວິດຢູ່ລາວ.

ສະຖານທູດຫວຽດນາມ ປະຈຳລາວ ໃຫ້ຮູ້ວ່າ, ຄົນເຈັບແມ່ນເພດຍິງ, ເກີດປີ 1969  ແລະ ກໍ່ແມ່ນຊາວຫວຽດນາມ ຜູ້ທຳອິດຕິດເຊື້ອພະຍາດໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ. ຄົນເຈັບຜູ້ນີ້ໄດ້ເຮັດວຽກຢູ່ລາວ ນັບແຕ່ຕົ້ນປີ 2020 ແລະ ໄດ້ເຮັດວຽກຢູ່ຮ້ານ ກາຣາໂອເກະ ຢູ່ນະຄອນຫຼວງວຽງຈັນ, ແມ່ນໜຶ່ງໃນບັນດາສະຖານທີ່ຜູ້ຕິດເຊື້ອພະຍາດເລກທີ 59 (ຜູ້ໄດ້ຮັບຖືວ່າກໍ່ໃຫ້ເກີດການແຜ່ລະບາດໂຄວິດ-19 ໃນຄັ້ງນີ້ຢູ່ ລາວ), ມາຮ້ອງເພງຢູ່ຮ້ານນີ້.

ປະຈຸບັນ, ສະຖານທູດຫວຽດນາມ ປະຈຳລາວ ພວມສົມທົບກັບສະມາຄົມຊາວຫວຽດນາມ ອາຢູ່ນະຄອນຫຼວງ ວຽງຈັນ ແລະ ບັນດາອົງການທີ່ມີໜ້າທີ່ຂອງລາວ ເພື່ອໜູນຊ່ວຍດ້ານລະບຽບການໃຫ້ແກ່ຄອບຄົວຜູ້ເສຍຊີວິດດັ່ງກ່າວຕາມຂໍ້ກົດ.

ຕອບກັບ

ຂ່າວ/ບົດ​ອື່ນ