ຊາວຫວຽດນາມຢູ່ອັງກິດສະເຫຼີມສະຫຼອງ126ປີແຫ່ງວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ

ຊາວຫວຽດນາມຢູ່ອັງກິດສະເຫຼີມສະຫຼອງ126ປີແຫ່ງວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ - ảnh 1
ພິທີຖະຫວາຍ​ດອກ​ໄມ້ສະ​ເຫຼີ​ມສະຫຼອງ ​ວັນ​ຄ້າຍ​ວັນ​ເກີດ
​ປະທານ​ໂຮ່ຈີ​ມິນຄົບຮອບ 126 ປີ (19/05/1890 – 19/05/2016)
(ພາບ: vietnam+)

(vovworld) - ວັນ​ທີ 14/05 ສະຖານທູດ ຫວຽດນາມ ປະ​ຈຳ ອັງກິດ ຈັດ​ຕັ້ງ​ພິທີຖະຫວາຍ​ດອກ​ໄມ້ສະ​ເຫຼີ​ມສະຫຼອງ ​ວັນ​ຄ້າຍ​ວັນ​ເກີດ​ປະທານ​ໂຮ່ຈີ​ມິນຄົບຮອບ 126 ປີ (19/05/1890 – 19/05/2016). ພະນັກງານ, ພາລະ​ກອນ​ສະຖານທູດ ຫວຽດນາມ, ບັນດາ​ອົງການຕາງໜ້າ ຫວຽດນາມ ພ້ອມ​ກັບ​ພໍ່​ແມ່​ປະຊາຊົນ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ນັກຮຽນນັກ​ສຶກສາ ​ຫວຽດນາມ ທີ່ມາ​ຈາກ​ທຸກ​ທ້ອງ​ຖິ່ນ ​​ໃນ​ທົ່ວ​ປະ​ເທດ​ອັງກິດ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ ເປັນຈຳນວນ​ຫລວງຫລາຍ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້ ທ່ານ ຫງວຽນ​ວັນ​ຖາວ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອັງກິດ​ ສະ​ແດງຄວາມ​ເຄົາລົບ​ນັບຖື ​ແລະ ຄວາມ​ຮູ້​ບຸນຄຸນ​ສຳລັບ​ປະທານ​ໂຮ່ຈີ​ມິນຜູ້ຍິ່ງ​ໃຫຍ່. ​ໃນ​ວິວັດ​ການ​ອອກ​ເດີນທາງ​ໄປ​ຕ່າງປະ​ເທດ ​ເພື່ອ​ຊອກ​ຫາ​ເສັ້ນທາ​ງກູ້​ຊາດກ່ວາ​ສະຕະວັດກ່ອນ​ນັ້ນ, ປະທານ​ໂຮ່ຈີ​ມິນ ​ເຄີຍພຳນັກ​ຢູ່ ອັງກິດ, ​ເຮັດ​ວຽກ​ຢູ່​ຫລາຍ​ບ່ອນ ​ແລະ ຜ່ານ​ຜ່າຄວາມ​ຫຍຸ້ງຍາກ​ລຳ​ບາກ ​ເພື່ອຈາກ​ນັ້ນ​ຊອກ​ຫາ​ເສັ້ນ​ທາງປົດປ່ອຍປະ​ເທດ​ ຫວຽດນາມ ​ໃຫ້​ຫລຸດ​ພົ້ນ​ອອກຈາກ​​ແອກ​ຄອບ​ຄອງ. ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ວັນ​ຖາວ ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ໃຫ້​ປະຊາ​ຄົມ​ຊາວ ຫວຽດນາມ ທີ່ອາ​ໄສ​ຢູ່ ອັງກິດ ສືບ​ຕໍ່ສູ້​ຊົນ​ຮຳ່ຮຽນ, ​ເຮັດ​ວຽກ​ໃຫ້​ດີ, ຍາມ​ໃດ​ກໍ່​ອວ່າຍໜ້າ​​ເມື​ອຫາ​ປະ​ເທດ.

ຂ່າວ/ບົດ​ອື່ນ