ຊາວຫວຽດນາມອາໄສຢູ່ລາວສົນໃຈຫຼາຍເຖິງການເລືອກຕັ້ງສສຊຢູ່ຫວຽດນາມ

ຊາວຫວຽດນາມອາໄສຢູ່ລາວສົນໃຈຫຼາຍເຖິງການເລືອກຕັ້ງສສຊຢູ່ຫວຽດນາມ - ảnh 1
ພະ​ອາຈານ ທິກ​ມິ​ງກວາງ, ​ເຈົ້າ​ອະທິການວັດ ​ເຟີ​ດຕິກ​ຢູ່​ນະຄອນຫຼວງ ວຽງ​ຈັນ
(ພາບ: My Binh)

(vovworld) – ພໍ່​ແມ່​ປະຊາຊົນ​ຊາວ ຫວຽດນາມ ອາ​ໄສ​ຢູ່​ລາວ ກໍ່​ຄື​ພໍ່​ແມ່​ປະຊາຊົນ​ຊາວ ຫວຽດນາມ ອາ​ໄສ​​ໃນ​ທົ່ວ​​ໂລກລ້ວ​ນ​ແຕ່ສົນ​ໃຈ​ຫຼາຍ​ເຖິງ​ການ​ເລືອກ​ຕັ້ງ ສສຊ ​ຊຸດ​ທີ 14 ​ແລະ ສະມາຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນ​ອາຍຸ​ການ 2016 – 2021. ​ເຂົາ​ເຈົ້າ​ຝາກຝັງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຫວັງ​ວ່າ​ບັນດາ​ຜູ້​ແທນ​​ປະຊາຊົນ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ນັ້ນ​ຈະ​ມີ​ການ​ປະກອບສ່ວນ​ໃຫ້​ແກ່​ກາ​ນພັດທະນາ​ຂອງ​ປະ​ເທດ​ຊາດ​ຫຼາຍກ່ວາ​ອີກ. ພະ​ອາຈານ ທິກ​ມິ​ງກວາງ, ​ເຈົ້າ​ອະທິການວັດ ​ເຟີ​ດຕິກ​ຢູ່​ນະຄອນຫຼວງ ວຽງ​ຈັນ, ​ເວົ້າ​ວ່າ:

        “ພໍ່​ແມ່​ປະຊາຊົນ ຊາວ ຫວຽດນາມ ຢູ່ ລາວ ປາດ​ຖະໜາ​ວ່າ: ຜູ້​ມີ​ສິດ​ເລືອກ​ຕັ້ງ​ພາຍ​ໃນ​ປະ​ເທດ​ຈະ​​ເລືອກ​​​ເຟັ້ນ​ໄດ້​ບັນດາ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາມາດ​ທີ່​ຕາງໜ້າ​ໃຫ້​ແກ່​ພໍ່​ແມ່​ປະຊາຊົນ​ຊາວ ຫວຽດນາມ ນຳພາ​ລັດ, ລັດຖະບານ, ນຳ​ປະ​ເທດ ຫວຽດນາມ ພວກ​ເຮົາ​ໃຫ້​ນັບ​ມື້​ນັບ​ຮັ່ງມີ, ສວຍ​ງາມ​ກ່ວາ, ​​ສະ​ແດງ​ສຽ​ງ​ເວົ້າ​ປະຊາທິປະ​ໄຕ​ຂອງ​ຊາວ ຫວຽດນາມ. ພວກ​ຂ້າພະ​ເຈົ້າ​ກໍ່​ແມ່ນ​ຊາວ ຫວຽດນາມ ພວມ​ດຳລົງ​ຊີວ​ິ​ດຢູ່​ລາວ, ກໍ່ປາດ​ຖະໜາ​ວ່າ​ບັນດາ​ຜູ້​ແທນ​ໄດ້​ຮັບ​ການ​ເລືອກ​ເຟັ້ນ​ໃນ​ຄັ້ງ​ນີ້​ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ສົ່ງ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ ປະຊາຊົນ​ຕໍ່​ການ​ນຳ, ​ເຮັດ​ແນ​ວ​ໃດ​ກໍ່ສ້າງ​ປະ​ເທດ ຫວຽດນາມ ປະຊາທິປະ​ໄຕ, ສ້າງ​ເສດຖະກິດ​ຂອງ​ປະ​ເທດ​ຊາດ ​ແລະ ຊີ​ວິ​ດການ​ເປັນ​ຢູ່​ຂອງ​ປະຊາຊົນ​ນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ.”


ຂ່າວ/ບົດ​ອື່ນ