​ຊາວ​ແຂວງ​ ບິ່ງ​ດິ້ງ​ ​ແຕ່ລະຄົນ ຕ່າງ​ກໍ​​ແມ່ນ​ທູດ​ການທ່ອງທ່ຽວ

(VOVWORLD) -     ຕອນເຊົ້າວັນທີ 8 ກໍລະກົດ, ພະແນກທ່ອງທ່ຽວແຂວງ ບິ່ງດິງ ໄດ້ປຸກລະດົມລາຍການ “ຊາວແຂວງ ບິ່ງດິ້ງ ແຕ່ລະຄົນ ຕ່າງກໍແມ່ນທູດການທ່ອງທ່ຽວ”.
​ຊາວ​ແຂວງ​ ບິ່ງ​ດິ້ງ​ ​ແຕ່ລະຄົນ ຕ່າງ​ກໍ​​ແມ່ນ​ທູດ​ການທ່ອງທ່ຽວ - ảnh 1 ພິທີປຸກລະດົມລາຍການ “ຊາວແຂວງ ບິ່ງດິ້ງ ແຕ່ລະຄົນ ຕ່າງກໍແມ່ນທູດການທ່ອງທ່ຽວ”(ພາບ: TTXVN)

    ພາຍຫຼັງພິທີປຸກລະດົມ, ສະມາຊິກຊາວໜຸ່ມ, ປະຊາຊົນ ກວ່າ 200 ຄົນ ໄດ້ເຂົ້າຮ່ວມການເຮັດອະນາໄມຫາດຊາຍທະເລນະຄອນ ກຸຍເຍີນ, ຂີ່ລົດຖີບເພື່ອປຸກລະດົມປະຊາຊົນເຂົ້າຮ່ວມຕາມເສັ້ນທາງສາຍຕ່າງໆຢູ່ໃຈກາງນະຄອນ ກຸຍເຍີນ.

        ສານຂອງຄະນະຈັດຕັ້ງລາຍການດັ່ງກ່າວ ແມ່ນຮຽກຮ້ອງໃຫ້ປະຊາຊົນຮັກສາອະນາໄມສິ່ງແວດລ້ອມ, ຮູບພາບ “ກຸຍເຍີນ - ນະຄອນທ່ອງທ່ຽວສະອາດ ອາຊຽນ 2020”, ຂົນຂວາຍບັນດາຮາກຖານດໍາເນີນທຸລະກິດການບໍລິການທ່ອງທ່ຽວ ຮ່ວມແຮງຮ່ວມໃຈກໍ່ສ້າງແຂວງ ບິ່ງດິ້ງ ກາຍເປັນສະຖານທີ່ທ່ອງທ່ຽວທີ່ປອດໄພ, ເປັນມິດກັບສິ່ງແວດລ້ອມ ແລະ ຮັກແພງແຂກຄົນ.  ທ່ານ ຫງວຽນວັນຢຸງ, ຫົວໜ້າພະແນກທ່ອງທ່ຽວແຂວງ ບິ່ງດິ້ງ ຖືວ່າ:

        “ພວກຂ້າພະເຈົ້າຖືວ່າ ການປຸກລະດົມຂອງລາຍການ “ຊາວແຂວງ ບິ່ງດິ້ງ ແຕ່ລະຄົນ ຕ່າງກໍແມ່ນທູດການທ່ອງທ່ຽວ” ແມ່ນການເຊີດຊູ, ປະກອບສ່ວນຂອງປະຊາຊົນ ບິ່ງດິ້ງ ເຂົ້າໃນການຮ່ວມແຮງຮ່ວມໃຈພັດທະນາຂະແໜງການທ່ອງທ່ຽວ. ເຮັດການທ່ອງທ່ຽວ ບໍ່ພຽງແຕ່ແມ່ນໜ້າທີ່ຂອງຂະແໜງທ່ອງທ່ຽວເທົ່ານັ້ນ ຫາກຍັງຕ້ອງການມີການຮ່ວມແຮງຮ່ວມໃຈ, ປະກອບສ່ວນຂອງທັງວົງຄະນະຍາດຊຸມຊົນອີກດ້ວຍ”.


 

ຕອບກັບ

ຂ່າວ/ບົດ​ອື່ນ