ຊາວໜຸ່ມຫວຽດນາມ,ຈີນຮ່ວມແຮງຮ່ວມໃຈເພີ່ອພູນຄູນສ້າງນ້ຳໃຈມິດຕະພາບ

ຊາວໜຸ່ມຫວຽດນາມ,ຈີນຮ່ວມແຮງຮ່ວມໃຈເພີ່ອພູນຄູນສ້າງນ້ຳໃຈມິດຕະພາບ - ảnh 1
ງານມະ​ໂຫລ​ານຊາວ​ໜຸ່ມ ຫວຽດນາມ -ຈີນ 2013
(ພາບອິນເຕີແນັດ)

(vovworld) - ​ໂດຍ​ປະຕິບັດ​ແຜນ​ນະ​ໂຍບາຍ​ລວມຂອງ​ການ​ນຳ​ຂັ້ນ​ສູງ​ສອງ​ພັກ, ສອງ​ລັດ ຫວຽດນາມ - ຈີນ ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ, ຊາວ​ໜຸ່ມ​ສອງ​ປະ​ເທດ. ນັບ​ແຕ່​ວັນ​ທີ 7 -10/11/2016, ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ ສົມທົບ​ກັບ​ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ ຈີນ ຈັດ​ຕັ້ງງານມະ​ໂຫລ​ານຊາວ​ໜຸ່ມ ຫວຽດນາມ -ຈີນ ຄັ້ງ​ທີ 3 ຢູ່ ຫວຽດນາມ.

ດ້ວຍ​ຫົວ​ຂໍ້​ວ່າ “ຫວຽດນາມ - ຈີນ​ ຮ່ວມ​ແຮງ​ຮ່ວມ​ໃຈ​​ເພື່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດຕະພາບ“. ງານ​ມະ​ໂຫລານ​ໄດ້​ຮັບ​ການຈັດ​ຕັ້ງ​ດ້ວຍ​ຂະໜາດ​ໃຫຍ່, ​ເຊິ່ງມີ​ການ​ເຂົ້າ​ຮ່ວມ​ຂອງ​ຊາວ​ໜຸ່ມ ຫວຽດນາມ ນັບ​ພັນ​ຄົນ ​ແລະ ຊາວ​ໜຸ່ມ​ຈີນ 1.000 ຄົນ. ຕາມ​ຄະນະ​ຈັດ​ຕັ້ງ, ບັນດາ​ການ​ເຄື່ອນ​ໄຫວ​ຕົ້ນຕໍ​ຂອງ​ງານ​ມະ​ໂຫລານ​ຈະ​ດຳ​ເນີນ​ຢູ່ 7 ​ແຂວງ, ນະຄອນ​ຕາມ​ຫົວ​ຂໍ້: “ຊາວ​ໜຸ່ມ​ເຂົ້າ​ຮ່ວມ​ການ​ປົກ​ປັກ​ຮັກສາ​ສະພາບ​ແວດ​ລ້ອມ ​ແລະ ພັດທະນາ​ແບບ​ຍືນ​ຍົງ“; “ຊາວ​ໜຸ່ມ​ເຂົ້າ​ຮ່ວມ​ການ​ປົກ​ປັກ​ຮັກສາ​ສີສັນ​ວັດທະນະທຳ ​ແລະ ພັດທະນາ​ການທ່ອງທ່ຽວ“; “ຊາວ​ໜຸ່ມ​ປະຈັນບານ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ“. ພາຍຫຼັງ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຕ່າງໆ​ຢູ່ 6 ​ແຂວງ, ຊາວ​ໜຸ່ມ ຈີນ 1.000 ຄົນ​ຈະ​ກັບ​ມາ ຮ່າ​ໂນ້ຍ​ ເຂົ້າ​ຮ່ວມ​ລາຍການ​ພົບ​ປະ​ແລກປ່ຽນ​ສິລະ​ປະ ​ແລະ ພິທີ​ອັດ​ງານ​ມະ​ໂຫລານຊາວ​ໜູ່ມ ຫວຽດນາມ - ຈີນ ​ຄັ້ງ​ທີ 3.

ຂ່າວ/ບົດ​ອື່ນ