ຍົກສູງກຳລັງຄວາມສາມາດໃຫ້ສາທາລະນະສຸກຂັ້ນຮາກຖານເບິ່ງແຍງດູແລສຸຂະພາບຜູ້ອາຍຸສູງ

(VOVWORLD) - ເພື່ອໃຫ້ພະນັກງານ, ຜູ້ຮ່ວມງານກ່ຽວກັບວຽກງານປະຊາກອນ ແລະ ສາທາລະນະສຸກໝົດທຸກຄົນ, ເປັນຕົ້ນແມ່ນຢູ່ຂັ້ນຮາກຖານ ນຳໃຊ້ເຂົ້າໃນການເຄື່ອນໄຫວເບິ່ງແຍງດູແລສຸຂະພາບໃຫ້ຜູ້ອາຍຸສູງ.
ຍົກສູງກຳລັງຄວາມສາມາດໃຫ້ສາທາລະນະສຸກຂັ້ນຮາກຖານເບິ່ງແຍງດູແລສຸຂະພາບຜູ້ອາຍຸສູງ - ảnh 1 ພິທີປະກາດປຶ້ມ “ແນະນຳການເບິ່ງແຍງດູແລໃຫ້ຜູ້ອາຍຸສູງ  (ພາບ: hanoimoi.com.vn)

  ວັນທີ 01 ຕຸລາ, ກົມໃຫຍ່ປະຊາກອນ - ການວາງແຜນຄອບຄົວ (ກະຊວງສາທາລະນະສຸກ ຫວຽດນາມ), ອົງການອະນາໄມໂລກ (WHO) ປະຈຳ ຫວຽດນາມ ໄດ້ຈັດຕັ້ງພິທີປະກາດປຶ້ມ “ແນະນຳການເບິ່ງແຍງດູແລໃຫ້ຜູ້ອາຍຸສູງ (ICOPE): ແນະນຳການຕີລາຄາຖືເອົາປະຊາຊົນເປັນໃຈກາງ ແລະ ຂັ້ນຕອນເບິ່ງແຍງດູແລຢູ່ຂັ້ນຮາກຖານ”. ປຶ້ມຫົວດັ່ງກ່າວໂດຍອົງການອະນາໄມໂລກຮຽບຮຽງ ແລະ ມອບໂອນໃຫ້ກະຊວງສາທາລະນະສຸກ ຫວຽດນາມ. ການເຄື່ອນໄຫວດັ່ງກ່າວນອນໃນເຫດການຕອບສະໜອງວັນຜູ້ອາຍຸສູງສາກົນ (01/10).

        ປຶ້ມຫົວດັ່ງກ່າວເພື່ອແນໃສ່ເປົ້າໝາຍໜູນຊ່ວຍພາລະກອນການແພດ ແລະ ພາລະກອນເບິ່ງແຍງດູແລສັງຄົມຢູ່ວົງຄະນະຍາດ ໃນການກວດພົບ, ຄຸ້ມຄອງການຫລຸດລົງຂອງກຳລັງຄວາມສາມາດພາຍໃນ ແລະ ແກ້ໄຂຄວາມຕ້ອງການເບິ່ງແຍງດູແລສຸຂະພາບໃຫ້ຜູ້ອາຍຸສູງຢ່າງຮອບດ້ານທີ່ສຸດ.

        ທີ່ພິທີ, ທ່ານ ໂດ໊ຊວັນເຈື່ອງ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ສະເໜີໃຫ້ກົມໃຫຍ່ປະຊາກອນ ແລະ ການວາງແຜນຄອບຄົວ ຈົ່ງສືບຕໍ່ສົມທົບຢ່າງແໜ້ນແຟ້ນກັບອົງການອະນາໄມໂລກ ເພື່ອເຜີຍແຜ່, ແນະນຳຢ່າງລະອຽດກ່ຽວກັບບັນດາເນື້ອໃນຂອງປຶ້ມຫົວດັ່ງກ່າວ ເພື່ອໃຫ້ພະນັກງານ, ຜູ້ຮ່ວມງານກ່ຽວກັບວຽກງານປະຊາກອນ ແລະ ສາທາລະນະສຸກໝົດທຸກຄົນ, ເປັນຕົ້ນແມ່ນຢູ່ຂັ້ນຮາກຖານ ນຳໃຊ້ເຂົ້າໃນການເຄື່ອນໄຫວເບິ່ງແຍງດູແລສຸຂະພາບໃຫ້ຜູ້ອາຍຸສູງ.

ຕອບກັບ

ຂ່າວ/ບົດ​ອື່ນ