ຍົກ​ສູງ​ກຳ​ລັງ​ແກ້ງ​ແຍ​້ງ​ຂອງ​ສິນ​ຄ້າ​ຫວຽດ​ນາມ ຕໍ່​ໜ້າ​ກາ​ລະ​ໂອ​ກາດ​, ສິ່ງ​ທ້າ​ທາຍ​ຈາກ​ບັນ​ດາ​ສັນ​ຍາ​ການ​ຄ້າ​ລຸ້ນ​ໃໝ່

(VOVWORLD) - ຕອນເຊົ້າວັນທີ 29 ຕຸລາ, ຢູ່ຮ່າໂນ້ຍ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ຈັດຕັ້ງເວທີປາໄສດ້ວຍຫົວຂໍ້ “ຍົກສູງກຳລັງແກ້ງແຍ້ງຂອງສິນຄ້າຫວຽດນາມ ຕໍ່ໜ້າກາລະໂອກາດ, ສິ່ງທ້າທາຍຈາກບັນດາສັນຍາການຄ້າລຸ້ນໃໝ່” ໂດຍມີການເຂົ້າຮ່ວມຂອງຫຼາຍກະຊວງ, ຂະແໜງການ.
ຍົກ​ສູງ​ກຳ​ລັງ​ແກ້ງ​ແຍ​້ງ​ຂອງ​ສິນ​ຄ້າ​ຫວຽດ​ນາມ ຕໍ່​ໜ້າ​ກາ​ລະ​ໂອ​ກາດ​, ສິ່ງ​ທ້າ​ທາຍ​ຈາກ​ບັນ​ດາ​ສັນ​ຍາ​ການ​ຄ້າ​ລຸ້ນ​ໃໝ່ - ảnh 1 ເວທີປາໄສດ້ວຍຫົວຂໍ້ “ຍົກສູງກຳລັງແກ້ງແຍ້ງຂອງສິນຄ້າຫວຽດນາມ ຕໍ່ໜ້າກາລະໂອກາດ, ສິ່ງທ້າທາຍຈາກບັນດາສັນຍາການຄ້າລຸ້ນໃໝ່” (ພາບ:BNEWS/TTXVN)

ໃນສະພາບການໂລກລະບາດໂຄວິດ - 19 ພວມຜັນແປໄປຢ່່າງສັບສົນ, ແຫຼ່ງສະໜອງ ແລະ ຄວາມຕ້ອງການສິນຄ້າກໍຖືກຕັດຕອນ, ຫຼາຍດັດຊະນີເສດຖະກິດຖືກຫຼຸດລົງ ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ການຂາຍຍ່ອຍແມ່ນໜຶ່ງໃນບັນດາມາດຕະການທີ່ພົ້ນເດັ່ນຂອງເສດຖະກິດມະຫາພາກ. ຕາມຕົວເລກຂອງກົມໃຫຍ່ສະຖິຕິ ແລ້ວ, ຍອດລະດັບຂາຍຍ່ອຍສິນຄ້າ ແລະ ລາຍຮັບຈາກການບໍລິການບໍລິໂພກອຸປະໂພກ ຂອງໄຕມາດທີ III ປີ 2020 ເພີ່ມຂຶ້ນ 4,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ນີ້ແມ່ນໝາກຜົນທີ່ຕັ້ງໜ້າ, ສະແດງໃຫ້ເຫັນບົດບາດຂອງແຫຼ່ງສະໜອງສິນຄ້າພາຍໃນປະເທດ ໃນສະພາບການທີ່ໂລກລະລາດ, ໄພທຳມະຊາດ ພວມມີການຜັນແປຢ່າງສັບສົນຍາກທີ່ຈະຄາດຄະເນລ່ວງໜ້າໄດ້.


ຕອບກັບ

ຂ່າວ/ບົດ​ອື່ນ