ຍົກສູງປະສິດທິຜົນ ການເຄື່ອນໄຫວແຂ່ງຂັນ ຮັກຊາດຂອງຊາວຄິດ

ຍົກສູງປະສິດທິຜົນ ການເຄື່ອນໄຫວແຂ່ງຂັນ ຮັກຊາດຂອງຊາວຄິດ - ảnh 1
(ພາບປະກອບ)

​(vovworld) – ປີ 2013, ການ​ເຄື່ອນ​ໄຫວ​ສາສະໜາ​ຂອງ​ຊາວ​ຄິດ​ນະຄອນຫຼວງ ​ບັນລຸ​ປະສິດທິ​ຜົນ​ຢ່າງ​ແທດ​ຈິງ, ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ ”ຢູ່​ໃນ​ສິນ ກິນ​ໃນ​ທຳ”. 100% ຈຳນວນຄອບຄົວ​ຖື​ສາສະໜາ​ຄິດ​ໃນ​ນະຄອນຫຼວງ​ຮ່າ​ໂນ້ຍ​ແຂ່ງຂັນ​ກັນ​ສູ້​ຊົນ ​ເພື່ອບັນລຸ​ຜົນງານ​ຫຼາຍ​ຢ່າງ​ໃນ​ການ​ປະຕິບັດ​ແນວທາງ, ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ, ສາມັກຄີ, ຊ່ວຍ​ເຫຼືອ​ກັນ​ພັດທະນາ​ເສດຖະກິດ, ຍົກ​ສູງ​ລະດັບ​ຄອງ​ຊີບ. ນີ້​ແມ່ນ​ເນື້ອ​ໃນ​ທີ່​ລາຍ​ງານ​ໃນ​ກອງ​ປະຊຸມ​ສະຫຼຸບ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ​ຂອງ​ຊາວ​ຄິດ​ນະຄອນຫຼວງ, ​ໂດຍ​ຄະນະ​ກຳມະການ​ສາມັກຄີ​ຊາວ​ຄິດ​ຫວຽດນາມ ​ນະຄອນ​ຮ່າ​ໂນ້ຍ ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 20/12, ຢູ່​ຮ່າ​ໂນ້ຍ.

ກອງ​ປະຊຸມ​ຢືນຢັນ​ວ່າ, ປີ 2014, ຄະນະ​ກຳມະການ​ສາມັກຄີ​ຊາວ​ຄິດ​ນະຄອນ​ຮ່າ​ໂນ້ຍ ສືບ​ຕໍ່​ເສີມ​ຂະຫຍາຍ​ຜົນງານ​ຕ່າງໆ​ທີ່​ບັນລຸ​ໄດ້, ຍູ້​ແຮງ​ວຽກ​ງານ​ໂຄສະນາ, ຂົນຂວາຍ​ປະຊາຊົນ​ຊາວ​ຄິດ​ນະຄອນຫຼວງ ປະຕິບັດ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ, ລັດ, ພິ​ເສດ​ແມ່ນ​ລັດຖະບັນ​ຢັດ​ວ່າ​ດ້ວຍ​ການ​ເຫຼື້ອມ​ໃສ, ສາສະໜາ, ພ້ອມ​ທັງ​ຍົກ​ສູງ​ຄຸນ​ນະພາ​ບບັນດາ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ ”ຢູ່​ໃນ​ສິນ ກິນ​ໃນ​ທຳ​” ຂອງ​ປະຊາຊົນ​ຊາວ​ຄິດ.

 

ຂ່າວ/ບົດ​ອື່ນ