ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ສົມ​ທົບ​ກັນ​ໃນ​ວຽກ​ງານ​ຮັບ​ປະ​ກັນ​ຄວາມສະ​ຫງົບ​ໝັ້ນ​ຄົງ​ແຫ່ງ​ຊາດ

(VOVWORLD) -ຝ່າຍຫວຽດນາມ ຍາມໃດກໍ່ພ້ອມແລ້ວໃຫ້ການໜູນຊ່ວຍຝ່າຍລາວໃນການກະກຽມ ແລະ ປະຕິບັດ ບົດບາດໜ້າທີ່ດຳລົງຕຳແໜ່ງເປັນປະທານອາຊຽນ ປີ 2024ໃຫ້ສຳເລັດຜົນ.

ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ສົມ​ທົບ​ກັນ​ໃນ​ວຽກ​ງານ​ຮັບ​ປະ​ກັນ​ຄວາມສະ​ຫງົບ​ໝັ້ນ​ຄົງ​ແຫ່ງ​ຊາດ - ảnh 1ການເຮັດວຽກລະຫວ່າງສອງຝ່າຍ (ພາບ:VOV)

ຕອນເຊົ້າວັນທີ 15 ມີນາ, ຢູ່ດ່ານັ້ງ, ກະຊວງຕຳຫຼວດ ຫວຽດນາມ ໄດ້ສົມທົບກັບກະຊວງຕຳຫຼວດ ສປປ.ລາວຈັດຕັ້ງກອງປະຊຸມຮ່ວມມືປ້ອງກັນຄວາມສະຫງົບ ຫວຽດນາມ - ລາວຄັ້ງທີ 8. ທ່ານພົນໂທ ເລືອງຕາມກວາງ, ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ແລະ ທ່ານພົນໂທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ເປັນປະທານຮ່ວມ. ທີ່ກອງປະຊຸມ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຜັນຂະຫຍາຍກົນໄກຮ່ວມມືທີ່ມີຢູ່ແລ້ວ, ເປັນຕົ້ນແມ່ນລະຫວ່າງບັນດາກົມກອງວິຊາສະເພາະ ແລະ ຕຳຫຼວດທ້ອງຖິ່ນຕິດກັບຊາຍແດນ. ສອງຝ່າຍໄດ້ສົມທົບທັດສະນະ, ຫຼັກໝັ້ນຂອງສອງປະເທດຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສຮ່ວມມືປ້ອງກັນຄວາມໝັ້ນຄົງສາກົນ ແລະ ພາກພື້ນ, ຊຸກຍູ້ການຮ່ວມມືດ້ານປ້ອງກັນ, ຕ້ານອາດຊະຍາກຳສາກົນ ຂອງບັນດາປະເທດຂຶ້ນກັບອາຊຽນ, ຮັບປະກັນຄວາມສະຫງົບໃຫ້ແກ່ບັນດາເຫດການໃຫຍ່ທີ່ດຳເນີນຢູ່ລາວ ແລະ ຫວຽດນາມ ໃນໄລຍະຈະມາເຖິງ. ຝ່າຍຫວຽດນາມ ຍາມໃດກໍ່ພ້ອມແລ້ວໃຫ້ການໜູນຊ່ວຍຝ່າຍລາວໃນການກະກຽມ ແລະ ປະຕິບັດ ບົດບາດໜ້າທີ່ດຳລົງຕຳແໜ່ງເປັນປະທານອາຊຽນ ປີ 2024ໃຫ້ສຳເລັດຜົນ.


ຕອບກັບ

ຂ່າວ/ບົດ​ອື່ນ