ຍົກສູງປະສິດທິຜົນວຽກງານໂຄສະນາໃນພໍ່ແມ່ປະຊາຊົນຊົນເຜົ່າ,ສາສະໜາເຂດຕາເວັນຕົກພາກໃຕ້

ກອງປະຊຸມຂອງຄະນະຊີ້ນຳເຂດຕາເວັນຕົກພາກໃຕ້
(ພາບ: Ngọc Thiện /ສຳນັກຂ່າວສານຫວຽດນາມ)
|
(vovworld) – ວັນທີ 2/11, ຢູ່ນະຄອນ ເກີນເທີ, ຄະນະຊີ້ນຳເຂດຕາເວັນຕົກພາກໃຕ້ໄດ້ຈັດຕັ້ງກອງປະຊຸມຜັນຂະຫຍາຍ ແລະ ຝຶກອົບຮົມວຽກງານໂຄສະນາເຜີຍແຜ່ໃນພໍ່ແມ່ໃນປະຊາຊົນຊົນເຜົ່າ, ສາສະໜາເຂດຕາເວັນຕົກພາກໃຕ້ປີ 2016. ຜູ້ຕາງໜ້າບັນດາກະຊວງ, ຄະນະ, ຂະແໜງການ 13 ແຂວງ, ນະຄອນເຂດຕາເວັນຕົກພາກໃຕ້ໄດ້ເຂົ້າຮ່ວມກອງປະຊຸມ. ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງບົດລາຍງານໝາກຜົນການໂຄສະນາປີ 2015, ຜັນຂະຫຍາຍແຜນການໂຄສະນາໃນປີ 2016, ຝຶກອົບຮົມແຜນຮ່າງໂຄສະນາໃນປະຊາຊົນຊົນເຜົ່າ, ສາສະໜາເຂດຕາເວັນຕົກໄລຍະ 2016 – 2020. ກໍ່ທີ່ກອງປະຊຸມ, ຄະນະໂຄສະນາສຶກສາສູນກາງ, ຄະນະຊີ້ນຳເຂດຕາເວັນຕົກພາກໃຕ້ຜັນຂະຫຍາຍແຜນການວຽກງານສົມທົບກັນປະຕິບັດໜ້າທີ່ໂຄສະນາເຜີຍແຜ່ໃນພໍ່ແມ່ປະຊາຊົນຊົນເຜົ່າ, ສາສະໜາເຂດຕາເວັນຕົກພາກໃຕ້ໄລຍະ 2016 – 2021.