ຍົກສູງສະຕິຮັບຮູ້ທີ່ມີຕໍ່ອະທິປະໄຕທະເລ, ໝູ່ເກາະໃຫ້ໄວໜຸ່ມ

ຍົກສູງສະຕິຮັບຮູ້ທີ່ມີຕໍ່ອະທິປະໄຕທະເລ, ໝູ່ເກາະໃຫ້ໄວໜຸ່ມ - ảnh 1
(ພາບປະກອບ)

(vovworld) - ດ້ວຍຫົວ​ຂ້ໍ​ທີ່​ວ່າ “ອະທິປະ​ໄຕ​ເຂດ​ທະ​ເລ, ໝູ່​ເກາະ​ຫວຽດນາມ”, ຮອບ​ເສັງ​ສຸດ​ທ້າຍ​ຂອງ​ການ​ເສັງ “ກະ​ແຈ​ຂອງ​ພູມ​ປັນຍາ” ​ເຊິ່ງດຳ​ເນີນ​ໄປ​ໃນ​ວັນ​ທີ 03 ພະຈິກ ຢູ່​ນະຄອນ​​ໂຮ່ຈິ​ມິນ. ກຸ່ມ​ນັກ​ສຶກສາ​ມະຫາວິທະຍາ​ໄລ​ປ້ອງ​ກັນ​ຄວາມ​ສະຫງົບ​ປະ​ຊາ​ຊົນ ​ໄດ້​ຮັບ​ລ້າງ​ວັນ​ທີ 1 ດ້ວຍ​ບົດຂຽນທີ່​ວ່າ “ສົນ​ທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ທະ​ເລ”. ​ເພື່ອນ ຟານ​ຢຸ​ຕູ໋, ສະມາຊິກ​ໃນກຸ່ມນັກ​ສຶກສາ​ມະຫາວິທະຍາ​ໄລ​ປ້ອງ​ກັນ​ຄວາມ​ສະຫງົບ​ປະ​ຊາ​ຊົນ, ສະ​ແດງ​ຄວາມ​ເຫັນ​ວ່າ.

        “ຜ່ານ​ການ​ເສັງ​ຄັ້ງ​ນີ້ ພວກນ້ອງ​ເຂົ້າ​ໃຈ​ແຈ້ງ​ກວ່າ​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ອະທິປະ​ໄຕ​ເຂດ​ທະ​ເລ, ໝູ່​ເກາະ​ຂອງ​ຫວຽດນາມ, ຊັບພະຍາກອນ​​ແຮ່​ທາດ ກໍ່​ຄື​ບັນດາ​ບັນຫາ​ອື່ນ​ທີ່​ກ່ຽວຂ້ອງ​ເຖິງ​ເຂດ​ທະ​ເລ, ໝູ່​ເກາະສຳລັບ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ​ສັງຄົມ, ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ປອດ​ໄພ​ຂອງ​ຊາດ. ສຳລັບ​ສະຕິ​ຮັບ​ຮູ້​ຄື​ແນວ​ນັ້ນ, ພວກ​ນ້ອງ​ຈະ​ຍາດ​ແຍ່ງ​ເວລາ​ເພື່ອ​ຊອກ​ຮູ້​ຄວາມ​ຮູ້​ກ່ຽວ​ກັບ​ເຂດ​ທະ​ເລ, ໝູ່​ເກາະ ​ແລ້ວ​ກໍ່​ເຜີຍ​ແຜ່​ຄືນ​ໃຫ້​ໝູ່​ເພື່ອນ​ໃນ​ກຸ່ມ​ຂອງ​ຕົນ​​”.

ຂ່າວ/ບົດ​ອື່ນ